Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 3:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ຕົນ​ນັ້ນ ໄດ້​ກ່າວ​ວ່າ, “ມານຊາຕານ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຈົ້າ​ເຖີດ ຂໍ​ໃຫ້​ພຣະເຈົ້າຢາເວ​ອົງ​ຊົງ​ຮັກ​ນະຄອນ​ເຢຣູຊາເລັມ​ລົງໂທດ​ເຈົ້າ. ຊາຍ​ຄົນ​ນີ້​ເປັນ​ດັ່ງ​ດົ້ນຟືນ​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 3:2
22 Jak'a apnaqawi uñst'ayäwi  

‘ຕັ້ງແຕ່​ເວລາ​ນັ້ນ​ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ຂອງເຮົາ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ດຽວ​ນີ້; ເຮົາ​ບໍ່ໄດ້​ເລືອກເອົາ​ເມືອງໃດ​ໃນ​ດິນແດນ​ອິດສະຣາເອນ​ໃຫ້​ເປັນ​ສະຖານທີ່​ໃນ​ການ​ສ້າງ​ວິຫານ​ເພື່ອ​ນະມັດສະການ​ເຮົາ; ແລະ​ເຮົາ​ກໍ​ບໍ່ໄດ້​ເລືອກ​ເອົາ​ຜູ້ໃດ​ໃຫ້​ນຳພາ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ.


ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ​ຄົນ​ຍາກ​ຄົນຈົນ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ນັ້ນ.


ຈົ່ງ​ບອກ​ລາວ​ໃຫ້​ລະມັດ​ລະວັງ, ສະຫງົບ​ຈິດໃຈ ແລະ​ຢ່າ​ສູ່​ຢ້ານ​ຫລື​ເປັນທຸກໃຈ​ເລີຍ. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຣຊິນ ແລະ​ຊາວ​ຊີເຣຍ​ແລະ​ກະສັດ​ເປກາ ບໍ່​ເປັນ​ອັນຕະລາຍ​ທໍ່ກັບ​ຄວັນໄຟ​ໄໝ້​ຟືນໄມ້​ໂດກ.


“ໃນ​ເວລາ​ນັ້ນ ມີຄາເອນ​ເທວະດາ​ຕົນ​ໃຫຍ່ ຜູ້​ທີ່​ຮັກສາ​ປະຊາຊົນ​ຂອງ​ພຣະອົງ​ຈະ​ມາ​ປາກົດ. ແລ້ວ​ກໍ​ຈະ​ມີ​ການ​ລຳບາກ​ໜັກ​ເກີດຂື້ນ​ຢ່າງ​ບໍ່ເຄີຍ​ມີ​ມາ​ນັບ​ຕັ້ງແຕ່​ມີ​ຊົນຊາດ​ທັງຫລາຍ. ເມື່ອ​ເຖິງ​ເວລາ​ນັ້ນ ປະຊາຊົນ​ທັງປວງ​ຂອງ​ເຈົ້າ​ທີ່​ມີ​ຊື່​ໃນ​ໜັງສື​ຂອງ​ພຣະເຈົ້າ​ຈະ​ໄດ້​ພົ້ນ.


“ເຮົາ​ໄດ້​ທຳລາຍ​ບາງຄົນ​ໃນ​ພວກເຈົ້າ ດັ່ງ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ​ໂກໂມຣາ. ພວກ​ທີ່​ລອດຊີວິດ​ມາ​ໄດ້​ກໍ​ເປັນ​ດັ່ງ​ທ່ອນ​ໄມ້​ກຳລັງ​ໄໝ້​ທີ່​ຖືກ​ດຶງ​ອອກ​ມາ​ຈາກ​ໄຟ. ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບຄືນ​ມາ​ຫາ​ເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’


ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.


ພຣະເຢຊູເຈົ້າ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ມິດ​ແມ ແລະ​ອອກ​ຈາກ​ຊາຍ​ຄົນ​ນີ້​ສາ.”


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ໝູ່​ປະຊາຊົນ​ກຳລັງ​ບຸບຽດ​ກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ບັກ​ຜີ​ປາກກືກ ຫູໜວກ ກູ​ສັ່ງ​ມຶງ​ອອກ​ຈາກ​ເດັກນ້ອຍ ແລະ​ຢ່າ​ກັບ​ເຂົ້າ​ມາ​ອີກ​ຈັກເທື່ອ.”


ແຕ່​ເຮົາ​ໄດ້​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ຂາດ​ໄປ ເມື່ອ​ເຈົ້າ​ກັບຄືນ​ມາ​ຫາ​ເຮົາ​ແລ້ວ ເຈົ້າ​ຕ້ອງ​ຊູແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້.”


ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ມັນ​ວ່າ, “ມິດ​ແມ ອອກ​ຈາກ​ຄົນ​ນີ້​ສາ” ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ລົ້ມ​ລົງ​ຕໍ່ໜ້າ​ພວກເຂົາ ແລະ​ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່ໄດ້​ທຳຮ້າຍ​ແຕ່​ຢ່າງ​ໃດ.


ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.


ເຮົາ​ບໍ່ໄດ້​ກ່າວ​ເຖິງ​ພວກເຈົ້າ​ທຸກຄົນ ເຮົາ​ຮູ້ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ, ແຕ່​ຈະ​ເປັນ​ຈິງ​ຕາມ​ພຣະຄຳພີ​ໄດ້​ກ່າວ​ໄວ້​ວ່າ, ‘ຜູ້​ທີ່​ກິນ​ອາຫານ​ຂອງເຮົາ ກໍ​ຍໍ​ສົ້ນ​ຕີນ​ໃສ່​ເຮົາ.’


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຜູ້ໃດ​ຈະ​ຟ້ອງ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ? ພຣະເຈົ້າ​ເອງ​ໄດ້​ປະກາດ​ວ່າ ພວກເຂົາ​ບໍ່ມີ​ຄວາມຜິດ


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


ຈົ່ງ​ຍາດ​ເອົາ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ດຶງ​ເຂົາ​ອອກ​ຈາກ​ໄຟ, ຈົ່ງ​ເມດຕາ​ອີກ​ບາງຄົນ ດ້ວຍ​ຄວາມ​ຈຽມຕົວ ແລະ​ຈົ່ງ​ໜ່າຍຊັງ​ເສື້ອຜ້າ​ທີ່​ເປື້ອນເປິ​ດ້ວຍ​ຣາຄະ​ຕັນຫາ.


ແມ່ນແຕ່​ມີຄາເອນ ຜູ້​ເປັນ​ນາຍ​ເທວະດາ ໃນ​ການ​ຜິດຖຽງ​ຂອງ​ເພິ່ນ​ກັບ​ມານຮ້າຍ ທັງສອງ​ໄດ້​ຖົກຖຽງ​ກັນ​ໃນ​ເລື່ອງ​ຊາກສົບ​ຂອງ​ໂມເຊ ມີຄາເອນ​ບໍ່ໄດ້​ກ່າວໂທດ​ມານຮ້າຍ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຊ້າ ແຕ່​ໄດ້​ກ່າວ​ວ່າ, “ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ຕິຕຽນ​ເຈົ້າ​ເທີ້ນ.”


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka