Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 3:10 - ພຣະຄຳພີສັກສິ

10 ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 3:10
9 Jak'a apnaqawi uñst'ayäwi  

ຕາບໃດ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່ ປະຊາຊົນ​ທົ່ວ​ທັງ​ຢູດາຍ ແລະ​ອິດສະຣາເອນ​ຕ່າງ​ກໍ​ຢູ່​ກັນ​ຢ່າງ​ປອດໄພ, ແຕ່ລະ​ຄອບຄົວ​ກໍ​ມີ​ສວນອະງຸ່ນ ແລະ​ສວນ​ໝາກເດື່ອເທດ​ເປັນ​ຂອງ​ຕົນເອງ.


ດັ່ງນັ້ນ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ສ້າງ​ວິຫານ ສຳລັບ​ພຣະນາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ວ່າ, ‘ລູກຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ສືບແທນ​ເຈົ້າ​ນັ້ນ ຈະ​ສ້າງ​ວິຫານ​ສຳລັບ​ນາມຊື່​ຂອງ​ເຮົາ.’


ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.


ຢ່າ​ເຊື່ອຟັງ​ເຮເຊກີຢາ​ເລີຍ ກະສັດ​ແຫ່ງ​ອັດຊີເຣຍ​ສັ່ງ​ພວກເຈົ້າ ໃຫ້​ອອກ​ມາ​ຈາກ​ເມືອງ ແລະ​ຍອມ​ຈຳນົນ​ສາ. ເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ອະນຸຍາດ ໃຫ້​ກິນ​ໝາກອະງຸ່ນ​ຢູ່​ໃນ​ສວນອະງຸ່ນ​ຂອງ​ພວກ​ເຈົ້າເອງ ແລະ​ກິນ​ໝາກເດື່ອ​ຈາກ​ຕົ້ນ​ໝາກເດື່ອ​ຂອງ​ພວກເຈົ້າ​ເອງ ແລະ​ດື່ມ​ນໍ້າ​ຈາກ​ສ້າງ​ຂອງ​ພວກເຈົ້າ​ເອງ​ໄດ້


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮືອນ, ທົ່ງໄຮ່​ທົ່ງນາ ແລະ​ສວນ​ໝາກອະງຸ່ນ ຈະ​ໄດ້​ມີ​ການ​ຊື້ຂາຍກັນ​ອີກ​ໃນ​ດິນແດນ​ນີ້.”


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ສັດປ່າ​ແລະ​ຝູງນົກ​ທັງປວງ ເພື່ອ​ວ່າ​ພວກມັນ​ຈະ​ບໍ່​ທຳຮ້າຍ​ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ເອົາ​ອາວຸດ​ແຫ່ງ​ການ​ຮົບເສິກ​ໜີໄປ​ຈາກ​ດິນແດນ ຄື​ດາບ​ແລະ​ລູກທະນູ ແລະ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ປອດໄພ.


ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka