Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 3:1 - ພຣະຄຳພີສັກສິ

1 ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 3:1
36 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.


ລູກ​ທັງຫລາຍ​ຂອງເຮົາ​ເອີຍ ຢ່າ​ສູ່​ມົວ​ຊັກຊ້າ​ຢູ່​ເລີຍ. ພວກທ່ານ​ແມ່ນ​ຜູ້ໜຶ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ ແລະ​ນຳພາ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພຣະອົງ.”


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ພວກ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ ມີ​ດັ່ງນີ້: ພວກ​ປະໂຣຫິດ ລາຍຊື່​ຕາມ​ຕະກຸນ: ຕະກຸນ​ເຢຊູອາ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ເປັນ​ລູກຊາຍ​ຂອງ​ໂຢຊາດັກ: ມາອາເສອີຢາ, ເອລີເອເຊ, ຢາຣິບ​ແລະ​ເກດາລີຢາ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.


ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.


ຂໍ​ຊົງ​ໂຜດ​ເລືອກເອົາ​ຄົນ​ອະທຳ​ມາ​ຕັດສິນ​ເຂົາ ແລະ​ໃຫ້​ສັດຕູ​ຄົນ​ໜຶ່ງ​ຂອງ​ເຂົາ​ຟ້ອງ​ເຂົາ​ຄືນ​ສາ.


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ພວກເຂົາ​ຈະ​ຮັບໃຊ້​ເຮົາ​ຢູ່​ໃນ​ພຣະວິຫານ​ໄດ້ ໂດຍ​ຮັບຜິດຊອບ​ເຝົ້າຍາມ​ປະຕູ ແລະ​ໂດຍ​ເຮັດ​ວຽກ​ຢ່າງອື່ນ​ໃນ​ພຣະວິຫານ. ພວກເຂົາ​ຈະ​ຂ້າ​ສັດ​ທີ່​ປະຊາຊົນ​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ອື່ນໆ ແລະ​ມີ​ໜ້າທີ່​ຮັບໃຊ້​ປະຊາຊົນ.


“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.


ແຕ່​ບັດນີ້ ເຊຣຸບບາເບນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ພຣະເຈົ້າຢາເວ​ກ່າວ​ວ່າ, ຈົ່ງ​ເຂັ້ມແຂງ​ເຖີດ, ປະຊາຊົນ​ທັງໝົດ​ຂອງ​ດິນແດນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ. ຈົ່ງ​ເຮັດ​ວຽກ​ຕໍ່ໄປ​ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ໄດ້​ຕອບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ດ້ວຍ​ຖ້ອຍຄຳ​ເລົ້າໂລມ​ໃຈ


ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ຕົນ​ທີ່​ກຳລັງ​ກ່າວ​ແກ່​ຂ້າພະເຈົ້າ​ຢູ່​ນັ້ນ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເພິ່ນ​ຕອບ​ວ່າ, “ເຂົາ​ເຫຼົ່ານັ້ນ​ໝາຍເຖິງ​ບັນດາ​ອຳນາດ​ແຫ່ງ​ໂລກນີ້ ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢູດາ, ອິດສະຣາເອນ ແລະ​ເຢຣູຊາເລັມ ກະຈັດ​ກະຈາຍ​ໄປ.”


ຂ້າພະເຈົ້າ​ໄດ້​ຖາມ​ວ່າ, “ທ່ານເອີຍ ມ້າ​ເຫຼົ່ານັ້ນ​ໝາຍເຖິງ​ຫຍັງ?” ເທວະດາ​ທີ່​ກ່າວ​ກັບ​ຂ້າພະເຈົ້າ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ໝາຍເຖິງ​ຫຍັງ?”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ກ້າວ​ຍ່າງ​ອອກ​ໄປ​ແລະ​ມີ​ເທວະດາ​ຕົນ​ອື່ນ​ອີກ ເຂົ້າ​ມາ​ພົບ​ເທວະດາ​ຕົນ​ນີ້.


ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ


ແລ້ວ​ເພິ່ນ​ກໍໄດ້​ກ່າວ​ວ່າ, “ສິ່ງ​ເຫຼົ່ານັ້ນ​ໝາຍ​ເຖິງ​ຊາຍ​ສອງ​ຄົນ ທີ່​ພຣະເຈົ້າ​ໄດ້​ເລືອກເອົາ​ແລະ​ຫົດສົງ​ແຕ່ງຕັ້ງ​ໃຫ້​ຮັບໃຊ້ ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ຈົ່ງ​ເອົາ​ເງິນ​ແລະ​ຄຳ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ນັ້ນ​ເຮັດ​ມົງກຸດ ແລະ​ສຸບ​ມົງກຸດ​ນີ້​ໃສ່​ຫົວ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ວ່າ, “ຊີໂມນ ຊີໂມນ​ເອີຍ ເບິ່ງແມ! ມານຊາຕານ​ໄດ້​ຂໍ​ອະນຸຍາດ​ທົດລອງ​ພວກເຈົ້າ ເພື່ອ​ຈະ​ຝັດ​ຮ່ອນ​ພວກເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຊາຍ​ໃນ​ເຜົ່າເລວີ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃຫ້​ຮັບໃຊ້​ພຣະອົງ ເພື່ອ​ໃຫ້​ກ່າວ​ຄຳອວຍພອນ​ໃນ​ນາມ​ຂອງ​ພຣະອົງ​ຈົນເຖິງ​ທຸກ​ວັນ​ນີ້.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ສົ່ງ​ຜູ້ທຳນວາຍ​ຜູ້ໜຶ່ງ​ເໝືອນ​ດັ່ງ​ຂ້າພະເຈົ້າ​ນີ້ ຈາກ​ປະຊາຊົນ​ໃນ​ຊາດ​ຂອງ​ພວກເຈົ້າ​ເອງ​ມາ​ໃຫ້​ແທນ ແລະ​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເພິ່ນ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


ດັ່ງນັ້ນ ຊາວ​ເມືອງ​ເບັດເຊເມດ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ຜູ້ໃດ​ທີ່​ຈະ​ຢືນ​ຢູ່​ຊ້ອງໜ້າ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ບໍຣິສຸດ​ນີ້​ໄດ້? ພວກເຮົາ​ຈະ​ສົ່ງ​ພຣະອົງ​ໄປ​ໃຫ້​ຜູ້ໃດ​ໄດ້ ເພື່ອ​ໃຫ້​ພົ້ນ​ຈາກ​ພວກເຮົາ​ເສຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka