ເຊກາຣີຢາ 2:9 - ພຣະຄຳພີສັກສິ9 “ພຣະອົງເອງຈະຕໍ່ສູ້ພວກເຈົ້າ ແລະພວກເຈົ້າຈະຖືກປຸ້ນຈີ້ໂດຍປະຊາຊົນ ທີ່ຄັ້ງໜຶ່ງເຄີຍເປັນຂ້ອຍໃຊ້ຂອງພວກເຈົ້າ. ເມື່ອເຫດການນີ້ເກີດຂຶ້ນ ທຸກຄົນຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາ.” Uka jalj uñjjattʼäta |
ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ.
ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?”
ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.