ເຊກາຣີຢາ 2:8 - ພຣະຄຳພີສັກສິ8 ຜູ້ໃດຜູ້ໜຶ່ງທີ່ຕົບຕີພວກເຈົ້າ ກໍສໍ່າກັບຕົບຕີແກ້ວຕາຂອງເຮົາ.” ດັ່ງນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈຶ່ງໄດ້ໃຊ້ຂ້າພະເຈົ້າພ້ອມນຳຖ້ອຍຄຳນີ້ໄປບອກຊົນຊາດຕ່າງໆ ທີ່ໄດ້ປຸ້ນຈີ້ປະຊາຊົນຂອງພຣະອົງວ່າ, Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
ເຮົາຈະໃຫ້ປະຊາຊົນ ແລະຝູງສັດເພີ່ມຂຶ້ນຈຳນວນຫລວງຫລາຍ. ພວກເຈົ້າຈະມີຄົນຫລາຍກວ່າແຕ່ກ່ອນ ແລະພວກເຈົ້າກໍຈະມີລູກຫລາຍຄົນ. ເຮົາຈະໃຫ້ພວກເຈົ້າອາໄສຢູ່ທີ່ນັ້ນ ດັ່ງທີ່ພວກເຈົ້າເຄີຍໄດ້ຢູ່ມາກ່ອນ ແລະເຮົາຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນຫລາຍກວ່າເກົ່າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວເອໂດມໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ຕາມລ່າຊາວອິດສະຣາເອນ ອ້າຍເອື້ອຍນ້ອງຂອງພວກຕົນ ໂດຍບໍ່ມີໃຈເມດຕາຕໍ່ພວກເຂົາເລີຍ. ຄວາມໂກດຮ້າຍຂອງພວກເຂົາບໍ່ມີຂອບເຂດຈຳກັດ ແລະພວກເຂົາບໍ່ເຄີຍປະຄວາມໂກດຮ້າຍນັ້ນໃຫ້ສູນສິ້ນໄປຈັກເທື່ອ.
ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.