Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 2:6 - ພຣະຄຳພີສັກສິ

6-7 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ທົ່ວ​ທຸກ​ທິດ​ທຸກ​ທາງ. ແຕ່​ບັດນີ້ ພວກເຈົ້າ​ຜູ້​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ເອີຍ ຈົ່ງ​ປົບໜີ​ຈາກ​ບາບີໂລນ ແລະ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເຖີດ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫລະ

Uka jalj uñjjattʼäta Copia luraña




ເຊກາຣີຢາ 2:6
30 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຖືກ​ນຳ​ອອກ​ມາ​ຈາກ​ເມືອງ​ແລ້ວ ເທວະດາ​ຕົນ​ໜຶ່ງ​ກໍ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ໜີ​ເອົາ​ຕົວ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ​ຢ່າ​ຢຸດ​ຢູ່​ທີ່​ຮ່ອມພູ. ຈົ່ງ​ພາກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ເນີນພູ​ເພື່ອ​ເອົາ​ຊີວິດ​ລອດ.”


ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ​ດັ່ງນີ້: “ເຊີນ​ທຸກໆ​ຄົນ​ມາ ຈົ່ງ​ເຊີນ​ມາ​ເທີ້ນ ຜູ້​ທີ່​ຫິວນໍ້າ ນໍ້າ​ມີ​ໃຫ້​ດື່ມ​ຢູ່​ທີ່​ນີ້​ເດ ຜູ້​ທີ່​ບໍ່ມີ​ເງິນ ເຊີນ​ມາ ຈົ່ງ​ຊື້​ເຂົ້າ​ກິນ​ເຖີດ ຈົ່ງ​ເຊີນ​ມາ​ຊື້​ເຫຼົ້າ​ອະງຸ່ນ​ແລະ​ນໍ້ານົມ​ດື່ມ ໂດຍ​ບໍ່​ຕ້ອງ​ເສຍຄ່າ​ຫຍັງໝົດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ການ​ທຳລາຍ​ຈະ​ຟົດເດືອດ​ຂຶ້ນ​ຈາກ​ທິດເໜືອ​ມາ​ສູ່​ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.


ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີໄປ​ຈາກ​ທີ່​ນັ້ນ​ສາ ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄວາມ​ຮ້າຍກາດ​ອັນ​ໂຫດຫ້ຽມ​ຂອງ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ທີ່​ບາບີໂລນ​ວ່າ, “ພວກເຈົ້າ​ລອດ​ຈາກ​ຕາຍ​ແລ້ວ ຢ່າ​ລໍຖ້າ​ເລີຍ ແມ່ນ​ວ່າ​ພວກເຈົ້າ​ໄກ​ຈາກ​ບ້ານເກີດ​ເມືອງນອນ​ກໍຕາມ ຈົ່ງ​ຄິດເຖິງ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ລະນຶກເຖິງ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ບັດນີ້ ຈົ່ງ​ບອກ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ເປັນ​ຜູ້​ສົ່ງ​ພວກເຂົາ​ໄປ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທີ່​ຫ່າງໄກ ແລະ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ປະເທດ​ຕ່າງໆ. ເຖິງ​ຢ່າງໃດ​ກໍຕາມ ເຮົາ​ຈະ​ຢູ່​ນຳ​ພວກເຂົາ​ຊົ່ວ​ໄລຍະ​ໜຶ່ງ​ໃນ​ດິນແດນ​ບ່ອນ​ທີ່​ພວກເຂົາ​ໄປ​ຢູ່​ນັ້ນ.’


ພວກ​ທະຫານ​ທີ່​ເກັ່ງກ້າ​ຂອງ​ລາວ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ຜູ້​ທີ່​ລອດຕາຍ​ມາ​ໄດ້​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກ​ທິດທາງ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ຜົນ​ກໍ​ຄື ພວກ​ຜູ້​ເປັນ​ພໍ່​ແມ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ກິນ​ລູກ​ຂອງ​ຕົນເອງ ແລະ​ພວກ​ລູກໆ​ກໍ​ຈະ​ກິນ​ພໍ່​ແມ່​ຂອງ​ຕົນເອງ. ເຮົາ​ຈະ​ລົງໂທດ​ເຈົ້າ; ສ່ວນ​ພວກ​ທີ່​ຍັງເຫລືອ​ມີ​ຊີວິດ​ຢູ່​ນັ້ນ ເຮົາ​ຈະ​ກະຈັດ​ກະຈາຍ​ພວກເຂົາ​ໄປ​ທົ່ວ​ທຸກ​ທິດ.”


ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.


ແຕ່​ໃນ​ເວລາ​ທີ່​ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ນັ້ນ ອານາຈັກ​ຂອງ​ເພິ່ນ​ຈະ​ແຕກແຍກ ແລະ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ. ບັນດາ​ກະສັດ​ທີ່​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເພິ່ນ​ຈະ​ປົກຄອງ​ແທນ​ເພິ່ນ, ແຕ່​ພວກ​ນີ້​ຈະ​ບໍ່ມີ​ອຳນາດ​ດັ່ງ​ທີ່​ເພິ່ນ​ໄດ້​ມີ.


ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ເພິ່ນ​ຈະ​ໃຊ້​ພວກ​ເທວະດາ​ຂອງ​ເພິ່ນ​ອອກ​ໄປ ເພື່ອ​ຮວບຮວມ​ເອົາ​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງສີ່ ຕັ້ງແຕ່​ທີ່ສຸດ​ປາຍ​ແຜ່ນດິນ​ຈົນເຖິງ​ທີ່ສຸດ​ຂອບຟ້າ.”


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


ໂບອາດ​ໄດ້​ໄປ​ບ່ອນ​ປະຊຸມ​ທີ່​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ທີ່​ນັ້ນ. ແລ້ວ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເອລີເມເຫຼັກ ທີ່​ໂບອາດ​ກ່າວ​ເຖິງ​ນັ້ນ​ກໍ​ຍ່າງ​ຜ່ານ​ມາ. ໂບອາດ​ຈຶ່ງ​ເອີ້ນ​ໃສ່​ວ່າ, “ເພື່ອນ​ເອີຍ ເຊີນ​ມາ​ນັ່ງ​ທີ່ນີ້​ກ່ອນ.” ລາວ​ຈຶ່ງ​ເຂົ້າ​ໄປ​ນັ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka