Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 2:5 - ພຣະຄຳພີສັກສິ

5 ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ພຣະອົງ​ເອງ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເພື່ອ​ປົກປ້ອງ​ນະຄອນ​ນີ້​ໄວ້ ແລະ​ພຣະອົງ​ຈະ​ສະຖິດ​ຢູ່​ໃນ​ທີ່ນັ້ນ ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 2:5
28 Jak'a apnaqawi uñst'ayäwi  

ເມື່ອ​ພູ​ຕ່າງໆ​ໄດ້​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ສັນໃດ ພຣະເຈົ້າຢາເວ​ກໍ​ອ້ອມຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້​ສັນນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ທີ່​ກຳບັງ​ຂອງ​ຂ້ານ້ອຍ ພຣະອົງ​ປົກປັກ​ຮັກສາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ເລື້ອຍໆ ພຣະອົງ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມມີໄຊ ແລະ​ຊ່ວຍຊູ​ໃຫ້​ມີ​ຄວາມ​ກ້າຫານ​ຂຶ້ນ​ໃໝ່.


ພຣະເຈົ້າ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ນະຄອນ​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ພຣະເຈົ້າ​ຈະ​ມາ​ຊ່ວຍ​ເມືອງ​ນີ້​ໄວ້​ໃນ​ຕອນເຊົ້າ​ມືດ.


ປະຊາຊົນ​ຂອງ​ພຣະເຈົ້າ ຈົ່ງ​ຍ່າງ​ອ້ອມ​ພູເຂົາ​ຊີໂອນ ແລະ​ພວກເຈົ້າ​ຈົ່ງ​ນັບ​ຫໍຄອຍ​ທັງຫລາຍ​ເບິ່ງ


ພຣະເຈົ້າ​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ໃຫ້​ມີ​ຄວາມ​ປອດໄພ ກັບ​ພຣະອົງ​ທີ່​ປ້ອມ​ປ້ອງກັນ​ໃນ​ນະຄອນ​ນັ້ນ.


ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ຈັກກະພັດ​ຂອງ​ພວກເຂົາ​ຈະ​ແລ່ນ​ປົບໜີໄປ​ດ້ວຍ​ຄວາມຢ້ານ​ອັນ​ໃຫຍ່ ແລະ​ບັນດາ​ນາຍ​ທະຫານ​ຈະ​ຢ້ານ​ຫລາຍ​ທີ່ສຸດ ຈົນ​ປະຖິ້ມ​ທຸງ​ສູ້ຮົບ​ປົບໜີໄປ.” ພຣະເຈົ້າຢາເວ​ອົງ​ທີ່​ພວກເຈົ້າ​ນະມັດສະການ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ອົງ​ທີ່​ພວກເຈົ້າ​ເຜົາ​ເຄື່ອງບູຊາ​ຖວາຍ​ຢູ່​ໃນ​ທີ່ນັ້ນ​ໄດ້​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.


ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຮົາ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ. ພວກເຮົາ​ຈະ​ໄດ້​ຢູ່​ໃກ້​ແມ່ນໍ້າ​ລຳທານ​ອັນ​ກວ້າງໃຫຍ່ ແຕ່​ເຮືອ​ຂອງ​ເຫຼົ່າ​ສັດຕູ​ຈະ​ບໍ່ໄດ້​ຈອດ​ຢູ່​ໃນ​ທີ່ນັ້ນ.


ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.


ເສັ້ນໝາຍ​ຂອງ​ເຂດແດນ​ຈະ​ຍາວ​ໄປ​ເຖິງ​ເນີນພູ​ຄາເຣັບ ແລ້ວ​ລ້ຽວ​ໄປ​ເຖິງ​ໂກອາ.


ສະນັ້ນ ມະນຸດ​ເອີຍ ຈົ່ງ​ທຳນວາຍ​ແລະ​ບອກ​ເຈົ້າ​ໂກກ ວ່າ​ດັ່ງນີ້: “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ໃນ​ຂະນະທີ່​ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ຢູ່​ຢ່າງ​ປອດໄພ ເຈົ້າ​ຈະ​ຍົກ​ອອກ​ມາ


ເພິ່ນ​ໄດ້​ແທກ​ກຳແພງ​ທີ່​ໄດ້​ອ້ອມຮອບ​ທັງ​ສີ່​ດ້ານ. ກຳແພງ​ນີ້​ເປັນ​ສີ່​ຫລ່ຽມ​ມົນທົນ ຂ້າງລະ​ສອງຮ້ອຍ​ຫ້າສິບ​ແມັດ ແລະ​ໄດ້​ໃຊ້​ສຳລັບ​ແຍກ​ສິ່ງ​ບໍຣິສຸດ​ຈາກ​ສິ່ງ​ທຳມະດາ.


ຊາຍ​ຄົນ​ນັ້ນ​ໄດ້​ໃຊ້​ເຊືອກ​ວັດແທກ​ສາຍນໍ້າ​ໄປ​ທາງທິດ​ຕາເວັນອອກ ຈຶ່ງ​ເຫັນ​ວ່າ​ມີ​ຢູ່​ຫ້າຮ້ອຍ​ແມັດ ແລະ​ບອກ​ໃຫ້​ຂ້າພະເຈົ້າ​ຂ້າມ​ຫ້ວຍ​ນໍ້າ​ໄປ​ໃນ​ທີ່ນັ້ນ. ນໍ້າ​ເລິກ​ພຽງແຕ່​ຂໍ້ຕີນ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ໂອ ລູກສາວ​ຊີໂອນ​ເອີຍ ຈົ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເຖີດ ເຮົາ​ກຳລັງ​ມາ​ຢູ່​ທ່າມກາງ​ພວກເຈົ້າ.”


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


ເຮົາ​ຈະ​ເຝົ້າ​ຮັກສາ​ດິນແດນ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ກອງທັບ​ໃດ​ຜ່ານ​ເຂົ້າ​ມາ​ໄດ້. ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ມາ​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງເຮົາ​ຕື່ມ​ອີກ ເພາະ​ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ​ທົນທຸກ​ພຽງພໍ​ແລ້ວ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka