Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 2:4 - ພຣະຄຳພີສັກສິ

4 ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເຊກາຣີຢາ 2:4
24 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ຊາວຢິວ​ທີ່​ຢູ່​ໃນ​ເມືອງນ້ອຍ​ຕ່າງໆ ຈຶ່ງ​ຖື​ເອົາ​ວັນ​ທີ​ສິບສີ່​ຂອງ​ເດືອນ​ອາດາກ ເປັນ​ວັນ​ພັກ​ຢ່າງ​ເບີກບານ​ໃຈ ຄື​ເປັນ​ເວລາ​ງານລ້ຽງ ແລະ​ເອົາ​ອາຫານ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນແລະກັນ.


ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.


ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ຄົນ​ຂອງ​ເຈົ້າ​ທີ່​ເກີດ​ໃນ​ບ່ອນ​ເນລະເທດ​ໄປ ກໍ​ຈະ​ພາກັນ​ເວົ້າ​ກັບ​ເຈົ້າ​ໃນ​ມື້​ໜຶ່ງ​ວ່າ ‘ດິນແດນ​ບ່ອນ​ນີ້​ແຄບ​ຫຼາຍ​ສຳລັບ​ພວກເຮົາ ພວກເຮົາ​ຕ້ອງການ​ບ່ອນ​ຢູ່​ອາໄສ​ໃຫຍ່​ກວ່າ​ນີ້.’


ເຮົາ​ສ້າງ​ຊ່າງ​ຕີເຫລັກ​ເປົ່າ​ໄຟ​ເຮັດ​ອາວຸດ ເຮົາ​ສ້າງ​ທະຫານ​ໃຫ້​ໃຊ້​ອາວຸດ​ຂ້າຟັນກັນ.


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ປະຊາຊົນ​ຈະ​ອາໄສ​ຢູ່​ໃນ​ອານາຈັກ​ຢູດາຍ​ແລະ​ໃນ​ເມືອງ​ທັງໝົດ ແລະ​ທີ່ນັ້ນ​ຈະ​ມີ​ພວກ​ພໍ່ນາ​ພ້ອມ​ທັງ​ພວກ​ລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.


ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”


ເຈົ້າ​ຈະ​ຕັດສິນໃຈ​ຮຸກຮານ​ປະເທດ​ທີ່​ຂາດ​ບ່ອນ​ເພິ່ງ ຊຶ່ງ​ປະຊາຊົນ​ຢູ່​ຢ່າງ​ສັນຕິສຸກ​ແລະ​ປອດໄພ​ໃນ​ເມືອງ ທີ່​ບໍ່ມີ​ກຳແພງ​ອ້ອມ​ແລະ​ຂາດ​ການ​ປ້ອງກັນ.


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ປະຊາຊົນ​ເຢຣູຊາເລັມ​ເອີຍ ເວລາ​ທີ່​ຈະ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ກຳລັງ​ມາຮອດ. ໃນ​ເວລາ​ນັ້ນ ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka