3 ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປແລະມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້.
ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.”
ເທວະດາຕົນທຳອິດໄດ້ກ່າວຕໍ່ເທວະດາຕົນອື່ນວ່າ, “ຈົ່ງແລ່ນໄປບອກຊາຍໜຸ່ມທີ່ຖືເຊືອກແທກນັ້ນວ່າ ຢູ່ໃນນະຄອນເຢຣູຊາເລັມຈະມີຄົນກັບສັດຢ່າງຫລວງຫລາຍ ຈົນຈະກໍ່ກຳແພງເມືອງຂຶ້ນບໍ່ໄດ້.
ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ.
ເທວະດາຕົນທີ່ກ່າວກັບຂ້າພະເຈົ້າຖາມຂ້າພະເຈົ້າຄືນວ່າ, “ເຈົ້າບໍ່ຮູ້ຈັກບໍ?” ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ຂ້ານ້ອຍບໍ່ຮູ້ຈັກ.” 10(ຂ) ເທວະດາຕົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຕະກຽງທັງເຈັດໜ່ວຍນັ້ນແມ່ນຕາທັງເຈັດຂອງພຣະເຈົ້າຢາເວ ຊຶ່ງສອດສ່ອງເບິ່ງທົ່ວທັງໂລກນີ້.”
ເທວະດາຕົນນັ້ນໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກຳລັງມາ.”