ເຊກາຣີຢາ 2:13 - ພຣະຄຳພີສັກສິ13 ທຸກໆຄົນຈົ່ງງຽບສະຫງົບຢູ່ຊ້ອງໜ້າພຣະເຈົ້າຢາເວ ເພາະພຣະອົງກຳລັງມາແຕ່ສະຖານທີ່ຢູ່ອັນບໍຣິສຸດຂອງພຣະອົງ. Uka jalj uñjjattʼäta |
ຫລາຍຊົນຊາດຈະຊ່ວຍປະຊາຊົນອິດສະຣາເອນໃຫ້ກັບຄືນມາສູ່ດິນແດນ ບ່ອນທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາ; ໃນທີ່ນັ້ນ ຊົນຊາດເຫຼົ່ານັ້ນຈະຮັບໃຊ້ຊາດອິດສະຣາເອນດັ່ງທາດ. ພວກທີ່ເຄີຍຈັບຄົນໃນຊາດອິດສະຣາເອນໄປຄັ້ງໜຶ່ງນັ້ນ ບັດນີ້ ຈະຖືກຄົນໃນຊາດອິດສະຣາເອນຈັບຄືນ ແລະປະຊາຊົນອິດສະຣາເອນຈະປົກຄອງ ຄົນເຫຼົ່ານັ້ນທີ່ເຄີຍກົດຂີ່ພວກຕົນມາຄັ້ງໜຶ່ງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ໃນຄວາມບໍຣິສຸດ ແລະໃນສະຫງ່າຣາສີນັ້ນ ຈົ່ງແນມລົງມາເບິ່ງພວກຂ້ານ້ອຍທັງຫລາຍແດ່ທ້ອນ. ຄວາມຫ່ວງໃຍອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍນັ້ນຢູ່ໃສ? ຣິດອຳນາດຂອງພຣະອົງໄປໃສແລ້ວ? ຄວາມຮັກແລະຄວາມເມດຕາຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ພວກຂ້ານ້ອຍເລີຍ.
“ເຢເຣມີຢາເອີຍ ເຈົ້າຕ້ອງປະກາດທຸກໆສິ່ງທີ່ເຮົາໄດ້ກ່າວນັ້ນ. ເຈົ້າຕ້ອງບອກປະຊາຊົນເຫຼົ່ານີ້ອີກວ່າ: ‘ພຣະເຈົ້າຢາເວຈະເປັ່ງສຽງຮ້ອງຈາກສະຫວັນ ຈາກທີ່ສູງສຸດບ່ອນພຣະອົງຢູ່ ກ້ອງກັງວານໄປທົ່ວ. ພຣະອົງຈະເປັ່ງສຽງຮ້ອງ ຕໍ່ສູ້ປະຊາຊົນຂອງພຣະອົງ; ພຣະອົງຈະຮ້ອງ ດັ່ງຄົນຢຽບໝາກອະງຸ່ນເຮັດເຫຼົ້າ.
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”
ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.