Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 2:12 - ພຣະຄຳພີສັກສິ

12 ອີກເທື່ອໜຶ່ງ ຢູດາຍ​ຈະ​ເປັນ​ສ່ວນ​ມໍຣະດົກ​ຂອງ​ພຣະເຈົ້າຢາເວ​ໃນ​ດິນແດນ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເປັນ​ນະຄອນ​ທີ່​ພຣະອົງ​ຮັກ​ຫຼາຍ​ທີ່ສຸດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 2:12
19 Jak'a apnaqawi uñst'ayäwi  

ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ລາວ​ໄດ້​ບອກ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ທັງໝົດ​ແກ່​ເມຍ ແລະ​ໝູ່ເພື່ອນ​ຂອງ​ລາວ. ແລ້ວ​ເມຍ​ລາວ​ພ້ອມທັງ​ໝູ່ເພື່ອນ​ຜູ້​ທີ່​ສະຫລາດ​ກໍ​ບອກ​ລາວ​ວ່າ, “ທ່ານ​ກຳລັງ​ສູນເສຍ​ອຳນາດ​ໃຫ້​ແກ່​ມໍເດໄກ. ລາວ​ເປັນ​ຄົນ​ຢິວ ທ່ານ​ຈະ​ເອົາ​ຊະນະ​ລາວ​ບໍ່ໄດ້​ດອກ. ລາວ​ຈະ​ຕ້ອງ​ເອົາ​ຊະນະ​ທ່ານ​ຢ່າງ​ແນ່ນອນ.”


“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ພຣະເຈົ້າຢາເວ​ໄດ້​ເລືອກເຟັ້ນ​ເອົາ​ພູເຂົາ​ຊີໂອນ ພຣະອົງ​ຕ້ອງການ​ເຮັດ​ໃຫ້​ພູນີ້​ເປັນ​ທີ່​ປະທັບ​ຂອງ​ພຣະອົງ.


ພຣະອົງ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ຢູ່​ອາໄສ ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ປົກຄອງ​ຕະຫລອດໄປ.


ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ພຣະເຈົ້າ ເປັນ​ພຣະເຈົ້າຢາເວ​ໃດ ຄວາມສຸກ​ເປັນ​ຂອງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້.


ຂ້າແດ່​ພຣະເຈົ້າ ຂໍ​ຈົ່ງ​ສະເດັດ​ມາ​ປົກຄອງ​ໂລກນີ້ ເພາະ​ຊົນຊາດ​ທັງໝົດ​ເປັນ​ຂອງ​ພຣະອົງ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ໃນ​ຕອນແລງ ມັນ​ນຳ​ເອົາ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ; ແຕ່​ພໍ​ຕອນເຊົ້າ​ມາ​ມັນ​ກໍ​ໜີໄປ. ນີ້ແຫລະ ຄື​ຊາຕາກຳ​ຂອງ​ພວກ​ນັກປຸ້ນ​ດິນແດນ​ຂອງ​ພວກເຮົາ.


ເຮົາ​ໄດ້​ນຳ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ປາຍ​ແຜ່ນດິນ ເຮົາ​ໄດ້​ເອີ້ນ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ທຸກ​ມຸມໂລກ ແລະ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ຜູ້ຮັບໃຊ້​ຂອງເຮົາ’ ເຮົາ​ບໍ່ເຄີຍ​ປະຖິ້ມ​ແຕ່​ເລືອກເອົາ​ພວກເຈົ້າ​ໄວ້.


ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’


ພຣະເຈົ້າຢາເວ​ຕົນ​ນັ້ນ ໄດ້​ກ່າວ​ວ່າ, “ມານຊາຕານ​ເອີຍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຈົ້າ​ເຖີດ ຂໍ​ໃຫ້​ພຣະເຈົ້າຢາເວ​ອົງ​ຊົງ​ຮັກ​ນະຄອນ​ເຢຣູຊາເລັມ​ລົງໂທດ​ເຈົ້າ. ຊາຍ​ຄົນ​ນີ້​ເປັນ​ດັ່ງ​ດົ້ນຟືນ​ທີ່​ມີ​ໄຟ​ລຸກ​ໄໝ້​ຢູ່.”


ພຣະອົງ​ໄດ້​ເຫັນ​ພວກເຂົາ​ເຄື່ອນຍ້າຍ ຜ່ານ​ຜ່າ​ທ້ອງຖິ່ນ​ທະເລຊາຍ ເປົ່າປ່ຽວ​ທຸລະກັນດານ ທັງ​ລົມ​ພັດ​ແຮງ​ເຫລືອຮ້າຍ; ພຣະອົງ​ເລີຍ​ດູແລ​ປົກປ້ອງ​ໄວ້ ແລະ​ເອົາໃຈໃສ່​ພວກເຂົາ ແລະ​ເຝົ້າ​ປົກປັກ​ຮັກສາ ເໝືອນດັ່ງ​ແກ້ວຕາ​ຂອງ​ພຣະອົງ​ນັ້ນ.


ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka