Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 2:11 - ພຣະຄຳພີສັກສິ

11 ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 2:11
36 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ສົມບັດ​ຂອງ​ປະເທດ​ເອຢິບ​ກັບ​ປະເທດ​ເອທີໂອເປຍ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ໃຫຍ່​ສູງ​ແຫ່ງ​ເສບາ​ກໍ​ຈະ​ເປັນ​ທາດຮັບໃຊ້​ເຈົ້າ​ຄືກັນ ພວກເຂົາ​ຈະ​ຍ່າງ​ຕາມ​ເຈົ້າ​ໄປ​ໂດຍ​ຖືກ​ລ່າມໂສ້​ພ້ອມ. ພວກເຂົາ​ຈະ​ກົ້ມຂາບ​ເຈົ້າ ແລະ​ທັງ​ສາລະພາບ​ວ່າ ‘ພຣະເຈົ້າ​ຢູ່​ນຳ​ເຈົ້າ ເປັນ​ພຣະເຈົ້າ​ແຕ່​ອົງດຽວ.


ບັດນີ້ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ ແລະ​ຕັ້ງໃຈ​ຟັງ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ຢ່າງ​ເປີດເຜີຍ​ຕັ້ງແຕ່​ຕົ້ນ ແລະ​ເຮັດ​ໃຫ້​ຄຳເວົ້າ​ຕ່າງໆ​ຂອງເຮົາ ກາຍເປັນ​ຄວາມຈິງ​ມາ​ຕະຫລອດ.” (ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ອຳນາດ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ ແລະ​ໄດ້​ສົ່ງ​ຂ້ານ້ອຍ​ໄປ.)


ພຣະເຈົ້າຢາເວ​ຈະ​ໃຊ້​ຣິດທານຸພາບ​ອັນ​ສັກສິດ ຕໍ່ສາຍຕາ​ປະຊາຊົນ​ຂອງ​ທຸກໆ​ຊົນຊາດ ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ ໝົດ​ທັງໂລກ​ຈະ​ໄດ້​ເຫັນ​ຄວາມພົ້ນ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ


ແລະ​ເຮົາ​ຈະ​ຕັ້ງ​ໝາຍສຳຄັນ​ໄວ້​ໃນ​ທ່າມກາງ​ພວກເຂົາ. ເຮົາ​ຈະ​ໄວ້​ຊີວິດ​ບາງຄົນ​ໃນ​ພວກເຂົາ ແລະ​ສົ່ງ​ພວກເຂົາ​ໄປ​ຍັງ​ຊົນຊາດ​ຕ່າງໆ​ແລະ​ສູ່​ດິນແດນ​ທີ່​ຫ່າງໄກ ບ່ອນ​ທີ່​ບໍ່ໄດ້ຍິນ​ເຖິງ​ຊື່ສຽງ ຫລື​ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງເຮົາ​ເລີຍ​ຄື: ສະເປນ, ລີເບຍ, ແລະ​ລີເດຍ ພ້ອມ​ດ້ວຍ​ນັກຍິງທະນູ​ຜູ້​ທີ່​ຊຳນິ​ຊຳນານ ແລະ​ໄປ​ຍັງ​ຕູບານ​ແລະ​ກຣີກ. ໃນ​ທ່າມກາງ​ຊົນຊາດ​ເຫຼົ່ານີ້ ພວກເຂົາ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງເຮົາ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ໜີ​ອອກ​ມາ​ຈາກ​ປະເທດ​ສາ ຈົ່ງ​ໜີໄປ​ເປັນ​ຜູ້​ທຳອິດ​ເຖີດ


ແຕ່​ເມື່ອ​ທຸກ​ຖ້ອຍຄຳ​ຂອງເຈົ້າ​ກາຍເປັນຈິງ ຄື​ມັນ​ຈະ​ກາຍເປັນຈິງ​ແທ້ ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ມີ​ຜູ້ທຳນວາຍ​ຜູ້ໜຶ່ງ​ຢູ່​ໃນ​ທ່າມກາງ​ພວກເຂົາ.”


ປະຊາຊົນ​ຂອງ​ພວກເຂົາ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ນັ້ນ. ເພາະ​ພຣະອົງ​ຈະ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ພວກເຮົາ​ເຮັດ​ຕາມ ພວກເຮົາ​ຈະ​ຍ່າງ​ຕາມ​ທາງ​ທີ່​ພຣະອົງ​ໄດ້​ເລືອກໄວ້. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ຈາກ​ພູເຂົາ​ຊີໂອນ​ທີ່​ຊົງ​ກ່າວ​ຕໍ່​ປະຊາຊົນ​ຂອງ​ພຣະເຈົ້າ.”


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບ​ມາ​ທີ່​ນະຄອນ​ເຢຣູຊາເລັມ​ອີກ ເພື່ອ​ສຳແດງ​ຄວາມ​ເມດຕາ​ຕໍ່​ນະຄອນ​ນີ້. ວິຫານ​ຂອງເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ​ນະຄອນ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ດ້ວຍ.’ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ພຣະອົງ​ເອງ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເພື່ອ​ປົກປ້ອງ​ນະຄອນ​ນີ້​ໄວ້ ແລະ​ພຣະອົງ​ຈະ​ສະຖິດ​ຢູ່​ໃນ​ທີ່ນັ້ນ ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ວັນ​ນັ້ນ​ມາເຖິງ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເຊີນ​ເອົາ​ເພື່ອນບ້ານ​ຂອງຕົນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ນຳ ເພາະ​ມີ​ຄວາມ​ສະຫງົບສຸກ​ແລະ​ຄວາມ​ປອດໄພ ຢູ່​ໃນ​ສວນອະງຸ່ນ​ແລະ​ຢູ່​ໃຕ້​ຕົ້ນ​ໝາກເດື່ອເທດ​ທັງຫລາຍ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.”


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ຢ່າງ​ຄົບ​ບໍລິບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້ຈັກ​ວ່າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ ແລະ​ທັງ​ໄດ້​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ຮັກ​ພວກເຂົາ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ໂອ ພຣະບິດາເຈົ້າ ຜູ້​ຊົງ​ຊອບທຳ​ເອີຍ ໂລກນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ ແລະ​ຄົນ​ເຫຼົ່ານີ້​ຮູ້ຈັກ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໄດ້​ຊົງ​ໃຊ້​ຂ້ານ້ອຍ​ມາ.


ດັ່ງນັ້ນ ທ່ານ​ທັງຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ກໍ​ໄດ້ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ພວກເຂົາ​ຈະ​ຮັບ​ຟັງ.” [


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka