ເຊກາຣີຢາ 14:8 - ພຣະຄຳພີສັກສິ8 ເມື່ອວັນນັ້ນມາເຖິງ ນໍ້າພຸຈະໄຫລອອກມາຈາກນະຄອນເຢຣູຊາເລັມ. ເຄິ່ງໜຶ່ງຂອງນໍ້ານັ້ນຈະໄຫລໄປສູ່ທະເລຕາຍ ແລະອີກເຄິ່ງໜຶ່ງຈະໄຫລໄປສູ່ທະເລເມດີແຕຣາເນ. ມັນຈະໄຫລຢູ່ຕະຫລອດປີ ທັງໃນລະດູແລ້ງແລະລະດູຝົນ. Uka jalj uñjjattʼäta |
ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.”
ໃນເວລານັ້ນ ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດກໍຈະຍະອອກ ເປັນສອງສ່ວນຈາກທິດຕາເວັນອອກຫາທິດຕາເວັນຕົກ ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ. ພູເຂົາເຄິ່ງໜຶ່ງຈະເຄື່ອນໄປທາງທິດເໜືອ ແລະອີກເຄິ່ງໜຶ່ງຈະເຄື່ອນໄປທາງທິດໃຕ້.