Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:6 - ພຣະຄຳພີສັກສິ

6 ເມື່ອ​ວັນ​ນັ້ນ​ມາ​ເຖິງ ຈະ​ບໍ່ມີ​ໜາວ​ຫລື​ມີ​ນໍ້າ​ກ້າມ

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:6
24 Jak'a apnaqawi uñst'ayäwi  

ແສງ​ສະຫວ່າງ​ສ່ອງແຈ້ງ​ໃນ​ຄວາມມືດ​ສຳລັບ​ຄົນ​ສັດຊື່ ຄື​ພວກຄົນ​ທີ່​ເມດຕາປານີ​ແລະ​ເຮັດ​ຖືກຕ້ອງ.


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


ຂໍ​ໃຫ້​ທຸກຄົນ​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ເຊື່ອຟັງ​ຄຳສັ່ງສອນ​ຂອງ​ຜູ້ຮັບໃຊ້​ພຣະເຈົ້າ ເຖິງ​ວ່າ​ທາງ​ທີ່​ເດີນ​ໄປ​ນັ້ນ​ມືດມົວ​ກໍ​ຈິງ ແຕ່​ຈົ່ງ​ໄວ້ວາງໃຈ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ ແລະ​ເພິ່ງ​ພຣະເຈົ້າ​ແຫ່ງຕົນ.


ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.


ເມື່ອ​ເຮົາ​ທຳລາຍ​ເຈົ້າ​ນັ້ນ ເຮົາ​ຈະ​ອັດ​ຟ້າ​ສະຫວັນ​ໄວ້​ແລະ​ໃຫ້​ດວງດາວ​ມືດມົວໄປ. ຕາເວັນ​ຈະ​ລີ້​ຢູ່​ຫລັງ​ກ້ອນເມກ​ແລະ​ດວງຈັນ​ຈະ​ບໍ່​ສ່ອງແສງ.


ເຮົາ​ຈະ​ໃຫ້​ແສງ​ທັງໝົດ​ໃນ​ຟ້າ​ສະຫວັນ​ດັບ​ໄປ ແລະ​ໃຫ້​ປະເທດ​ຂອງ​ເຈົ້າ​ມືດມົນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ເຮົາ​ຈະ​ເຮັດ​ການ​ອັດສະຈັນ​ທັງຫລາຍ ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ; ຈະ​ມີ​ເລືອດ, ມີ​ໄຟ ແລະ​ມີ​ຄວັນ​ເປັນ​ເສົາເມກ.


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ຄວາມ​ສະຫວ່າງ​ສ່ອງ​ເຂົ້າ​ມາ​ໃນ​ຄວາມມືດ ແລະ​ຄວາມມືດ​ນັ້ນ ກໍ​ເອົາ​ຊະນະ​ຄວາມ​ສະຫວ່າງ​ບໍ່ໄດ້​ຈັກເທື່ອ.


ເຮົາ​ເປັນ​ຄວາມ​ສະຫວ່າງ​ທີ່​ເຂົ້າ​ມາ​ໃນ​ໂລກນີ້ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຢູ່​ໃນ​ຄວາມມືດ.


ແຕ່​ເຫດການ​ທີ່​ພວກທ່ານ​ໄດ້​ເຫັນ​ແລະ​ໄດ້ຍິນ​ນີ້ ແມ່ນ​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ,


ເຮົາ​ຈະ​ບັນດານ​ໃຫ້ ມີ​ການ​ອັດສະຈັນ​ໃນ​ທ້ອງຟ້າ​ເບື້ອງເທິງ ແລະ​ໝາຍສຳຄັນ​ໃນ​ໂລກ​ເບື້ອງ​ລຸ່ມ ຈະ​ມີ​ເລືອດ ມີ​ໄຟ ແລະ​ມີ​ອາຍຄວັນ,


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka