ເຊກາຣີຢາ 14:5 - ພຣະຄຳພີສັກສິ5 ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. ພວກເຈົ້າຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີ ຄາວແຜ່ນດິນໄຫວໃນສະໄໝຂອງກະສັດອຸດຊີຢາແຫ່ງຢູດາຍນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (