Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:3 - ພຣະຄຳພີສັກສິ

3 ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:3
22 Jak'a apnaqawi uñst'ayäwi  

ຢາຮາຊີເອນ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຕະຫລອດ​ທັງ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ເຢຣູຊາເລັມ​ດ້ວຍ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ທັງຫລາຍ​ດັ່ງນີ້​ວ່າ, ‘ບໍ່​ຕ້ອງ​ຢ້ານ ແລະ​ຢ່າ​ສູ່​ຕົກໃຈ​ຕໍ່​ກອງທັບ​ໃຫຍ່​ນັ້ນ. ການ​ສູ້ຮົບ​ຂຶ້ນ​ຢູ່​ກັບ​ພຣະເຈົ້າ ແຕ່​ບໍ່ແມ່ນ​ຂຶ້ນ​ຢູ່​ກັບ​ພວກທ່ານ.’


ຂ້າພະເຈົ້າ​ເຫັນ​ວ່າ​ປະຊາຊົນ​ວຸ້ນວາຍ​ໃຈ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກເຂົາ ພ້ອມ​ທັງ​ພວກຜູ້ນຳ ແລະ​ພວກ​ຂ້າຣາຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພວກ​ສັດຕູ​ດອກ. ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ເກງກົວ​ຫລາຍ​ສໍ່າໃດ ແລະ​ຈົ່ງ​ສູ້ຮົບ​ເພື່ອ​ເພື່ອນ​ຮ່ວມ​ຊາດ, ລູກ, ເມຍ ແລະ​ເຮືອນ​ຂອງ​ພວກທ່ານ.”


ແລ້ວ​ກອງທັບ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ ທີ່​ກຳລັງ​ໂຈມຕີ​ນະຄອນ​ແຫ່ງ​ແທ່ນບູຊາ​ຂອງ​ພຣະເຈົ້າ ພ້ອມ​ທັງ​ອາວຸດ​ຍຸດທະພັນ​ທຸກຢ່າງ​ຂອງ​ພວກເຂົາ ກໍ​ຈະ​ສູນຫາຍ​ໄປ​ດັ່ງ​ຄວາມຝັນ ດັ່ງ​ພາບ​ທີ່​ຄົນ​ຄິດຂຶ້ນ​ຫາຍໄປ​ໃນ​ຕອນ​ກາງຄືນ.


ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ລົງໂທດ​ພວກເຂົາ ຄື​ຜູ້​ທີ່​ກົດຂີ່​ພວກເຈົ້າ; ເຮົາ​ຈະ​ຊ່ວຍ​ກອບກູ້​ເອົາ​ຜູ້ຄົນ​ພິການ​ທັງຫລາຍ ແລະ​ນຳ​ເອົາ​ພວກ​ຊະເລີຍ​ໃຫ້​ກັບຄືນ​ມາ​ບ້ານ. ເຮົາ​ຈະ​ປ່ຽນ​ຄວາມ​ອັບອາຍ​ມາ​ເປັນ​ກຽດ​ແກ່​ພວກເຂົາ ແລະ​ທັງ​ໂລກ​ຈະ​ຍ້ອງຍໍ​ສັນລະເສີນ​ພວກເຂົາ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ທຸກ​ຊົນຊາດ​ທີ່​ພະຍາຍາມ​ໂຈມຕີ​ນະຄອນ​ເຢຣູຊາເລັມ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ອາໂມ​ແຕກຕື່ນ ແລະ​ໜີໄປ​ຕໍ່ໜ້າ​ກອງທັບ​ອິດສະຣາເອນ. ຝ່າຍ​ພວກ​ອິດສະຣາເອນ ກໍໄດ້​ຂ້າ​ພວກເຂົາ​ເປັນ​ຈຳນວນ​ຫລວງຫລາຍ​ຢູ່​ໃນ​ເມືອງ​ກີເບໂອນ ແລະ​ໄລ່​ຕິດຕາມ​ພວກ​ທີ່​ເຫຼືອ​ຢູ່ ລົງ​ໄປ​ສູ່​ຊ່ອງແຄບ​ຂອງ​ພູເຂົາ​ທີ່​ເມືອງ​ເບັດ​ໂຮໂຣນ ໂດຍ​ສືບຕໍ່​ໂຈມຕີ​ພວກເຂົາ​ໄປ​ທາງໃຕ້ ຈົນເຖິງ​ເມືອງ​ອາເຊກາ​ແລະ​ເມືອງ​ມັກເກດາ.


ກ່ອນ​ນັ້ນ​ແລະ​ນັບ​ແຕ່​ນັ້ນ​ມາ ບໍ່ເຄີຍ​ມີ​ວັນໃດ​ທີ່​ພຣະເຈົ້າຢາເວ​ໄດ້​ຟັງ​ມະນຸດ​ເໝືອນ​ດັ່ງ​ໃນ​ວັນນັ້ນ ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ເສິກ​ຊ່ວຍ​ຊາວ​ອິດສະຣາເອນ.


ໂຢຊວຍ​ໄດ້​ເອົາ​ຊະນະ​ກະສັດ​ເຫຼົ່ານີ້ ພ້ອມ​ທັງ​ດິນແດນ​ຂອງ​ພວກເຂົາ​ຢູ່​ໃນ​ບັ້ນຮົບ​ດຽວ ຍ້ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ ໄດ້​ສູ້ຮົບ​ເພື່ອ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka