Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:12 - ພຣະຄຳພີສັກສິ

12 ພຣະເຈົ້າຢາເວ​ຈະ​ນຳ​ໂຣກ​ລະບາດ​ມາ​ສູ່​ຊົນຊາດ​ທັງໝົດ ຊຶ່ງ​ໄດ້​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ. ເນື້ອໜັງ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ ເມື່ອ​ຍັງ​ມີ​ຊີວິດ​ຢູ່; ຕາ​ແລະ​ລີ້ນ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ເຊັ່ນກັນ​ດ້ວຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:12
34 Jak'a apnaqawi uñst'ayäwi  

ສ່ວນ​ທ່ານ​ເອງ​ກໍ​ຈະ​ຖືກ​ທໍລະມານ​ດ້ວຍ​ພະຍາດ​ລຳໄສ້ ຊຶ່ງ​ຈະ​ນັບ​ມື້​ນັບ​ຮ້າຍແຮງ​ຂຶ້ນ.”


ພະຍາດ​ເຖິງ​ຕາຍ​ກໍ​ລາມ​ໄປ​ທົ່ວ​ຮ່າງກາຍ ເຮັດ​ໃຫ້​ແຂນຂາ​ລາວ​ເປື່ອຍ​ເໝັນ​ຄາວ​ຍ້ອນ.


ໃຜ​ຮູ້​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະນາດ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຮູ້​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໄດ້​ນຳພາ​ຄວາມ​ໜ້າຢ້ານ​ສໍ່າໃດ​ແທ້?


ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເຮົາ​ຈະ​ນຳ​ໄພ​ອັນຕະລາຍ​ມາ​ສູ່​ພວກເຈົ້າ ຄື: ພະຍາດ​ຊໍ້າເຮື້ອ​ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ນາໆ​ປະການ ອັນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຕາບອດ ແລະ​ຕາຍ​ຖິ້ມ​ໄປ​ລ້າໆ; ພວກເຈົ້າ​ຈະ​ປູກ​ພືດ​ນາໆ​ຊະນິດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ກິນ​ຜົນ​ຂອງ​ມັນ ຍ້ອນ​ວ່າ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຈະ​ເຂົ້າ​ມາ​ຢຶດຄອງ ແລະ​ກິນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ລົງ​ແຮງ​ປູກຝັງ​ນັ້ນ.


ຖ້າ​ເຖິງ​ຂັ້ນ​ນີ້​ແລ້ວ​ພວກເຈົ້າ​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ເຮົາ​ກໍ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ຕື່ມ​ອີກ​ເຈັດ​ເທົ່າ.


ຖ້າ​ພວກເຈົ້າ​ຍັງ​ສືບຕໍ່​ຕໍ່ຕ້ານ​ເຮົາ ແລະ​ປະຕິເສດ​ທີ່​ຈະ​ຍອມ​ເຊື່ອຟັງ​ເຮົາ; ເຮົາ​ກໍ​ຈະ​ເພີ່ມ​ໂທດກຳ​ໃຫ້​ແກ່​ພວກເຈົ້າ ຕາມ​ໂທດກຳ​ທີ່​ພວກເຈົ້າ​ສົມຄວນ​ໄດ້​ຮັບ​ອີກ​ເຖິງ​ເຈັດ​ເທົ່າ.


ເຮົາ​ກໍ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ ແລະ​ເຮົາ​ຈະ​ລົງໂທດ​ບາບກຳ​ຂອງ​ພວກເຈົ້າ​ໃຫ້​ໜັກ​ກວ່າເກົ່າ​ອີກ​ເຖິງ​ເຈັດ​ເທົ່າ.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ທຸກ​ຊົນຊາດ​ທີ່​ພະຍາຍາມ​ໂຈມຕີ​ນະຄອນ​ເຢຣູຊາເລັມ.


ໂຣກ​ລະບາດ​ອັນ​ຮ້າຍແຮງ​ຍັງ​ຈະ​ຕົກ​ຖືກ​ຝູງມ້າ, ລາ, ອູດ ແລະ​ລໍ ຄື​ຕົກ​ຖືກ​ສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ຂອງ​ເຫຼົ່າ​ສັດຕູ.


ຖ້າ​ຊາວ​ເອຢິບ​ບໍ່​ຍອມ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ດ້ວຍ​ໂຣກ​ລະບາດ ຊຶ່ງ​ພຣະເຈົ້າຢາເວ​ສົ່ງ​ມາ​ສູ່​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ໄປ​ທີ່​ນັ້ນ​ຄືກັນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ພຣະເຈົ້າຢາເວ​ຈະ​ນຳ​ຄວາມ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຈົ້າ​ຊໍ້າແລ້ວ​ຊໍ້າອີກ ຈົນກວ່າ​ຈະ​ບໍ່ມີ​ໃຜ​ເຫຼືອ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ພະຍາດ​ຕິດຕໍ່, ພະຍາດ​ອັກເສບ​ແລະ​ຄວາມ​ເຈັບໄຂ້​ໄດ້ປ່ວຍ; ນອກຈາກນີ້ ພຣະອົງ​ຈະ​ໃຫ້​ເກີດ​ການ​ແຫ້ງແລ້ງ ແລະ​ແມງໄມ້​ຈະ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ​ຂອງ​ພວກເຈົ້າ​ຈົນ​ໝົດ. ຄວາມ​ຈິບຫາຍ​ເຫຼົ່ານີ້​ຈະ​ຄຸກຄາມ​ປະຈຳ ຈົນ​ພວກເຈົ້າ​ຕາຍ.


ພຣະເຈົ້າຢາເວ​ຈະ​ສົ່ງ​ພະຍາດ​ອັນ​ຮ້າຍແຮງ​ທັງ​ໂຣກ​ລະບາດ ທີ່​ປິ່ນປົວ​ບໍ່ໄດ້​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ ມາ​ສູ່​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka