Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:11 - ພຣະຄຳພີສັກສິ

11 ປະຊາຊົນ​ຈະ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ປອດໄພ ຄື​ບໍ່​ຖືກ​ຄຸກຄາມ​ໂດຍ​ໄພພິບັດ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:11
21 Jak'a apnaqawi uñst'ayäwi  

ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ໃນ​ດິນແດນ​ຢູດາຍ​ວ່າ: ເມືອງ​ຂອງ​ພວກເຮົາ​ໜາແໜ້ນ​ແລະ​ເຂັ້ມແຂງ ພຣະເຈົ້າ​ເອງ​ປ້ອງກັນ​ກຳແພງ​ເມືອງ​ໄວ້


ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຈະ​ຍືນຍົງ​ຄົງຢູ່​ຕໍ່ໜ້າ​ເຮົາ​ສັນໃດ ເຊື້ອສາຍ​ແລະ​ນາມຊື່​ຂອງ​ພວກເຈົ້າ​ກໍ​ຈະ​ຍືນຍົງ​ຄົງຢູ່​ສັນນັ້ນ.”


ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ເຮົາ​ຈະ​ແກ້ແຄ້ນ ແທນ​ຜູ້​ທີ່​ຖືກ​ສັງຫານ ເຮົາ​ຈະ​ບໍ່​ເມດຕາປານີ​ຜູ້​ທີ່​ເຮັດ​ຜິດ. ແຕ່​ຢູດາ​ແລະ​ເຢຣູຊາເລັມ​ຈະ​ຢູ່​ໃນ​ທີ່ນັ້ນ​ສືບໄປ ພຣະເຈົ້າຢາເວ​ສະຖິດ​ຢູ່​ເທິງ​ພູເຂົາ​ຊີໂອນ​ພຸ້ນ.


ເຮົາ​ຈະ​ປູກ​ປະຊາຊົນ​ຂອງເຮົາ​ໄວ້​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ໜີໄປ​ເລີຍ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ຊາຍ​ເຖົ້າ​ຍິງ​ແກ່​ທີ່​ຊະຣາ​ຫລາຍ​ຈົນ​ໃຊ້​ໄມ້ເທົ້າ​ຍ່າງ​ໄປມາ ພວກເຂົາ​ຈະ​ໄດ້​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ນະຄອນ​ອີກເທື່ອໜຶ່ງ.


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຂອງ​ຊາວ​ອິດສະຣາເອນ ຈຶ່ງ​ຊ່ວຍ​ພວກເຂົາ​ຕີ​ຊະນະ​ພວກ​ການາອານ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ທຳລາຍ​ຊາວ​ເມືອງ ແລະ​ເມືອງ​ຕ່າງໆ​ຂອງ​ພວກເຂົາ​ຖິ້ມ​ໝົດ ແລະ​ໄດ້​ໃສ່​ຊື່​ບ່ອນ​ນັ້ນ​ວ່າ​ໂຮມາ.


ສະນັ້ນ ເຊື້ອສາຍ​ຂອງ​ຢາໂຄບ​ຈຶ່ງ​ຈະ​ຢູ່​ຢ່າງ​ສັນຕິ ປອດໄພ​ໃນ​ດິນແດນ​ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຢ່າງ​ເຕັມ​ລົ້ນ; ມີ​ທັງ​ນໍ້າ​ໝອກ​ຄ້າງ​ຈາກ​ຟ້າ​ສະຫວັນ​ຫລັ່ງ​ລິນ​ລົງ​ມາ ຊ່ວຍ​ຊຸບລ້ຽງ​ພື້ນດິນ​ໃຫ້​ຊຸ່ມຊື່ນ​ຢູ່​ຕະຫລອດ.


ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”


ຢູ່​ໃນ​ນະຄອນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຕົກ​ຢູ່​ໃນ​ຄຳສາບແຊ່ງ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ. ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະ​ເມສານ້ອຍ ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka