Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:10 - ພຣະຄຳພີສັກສິ

10 ຂົງເຂດ​ທັງໝົດ ແຕ່​ເກບາ​ທາງ​ທິດເໜືອ​ຫາ​ຣິມໂມນ​ທາງ​ທິດໃຕ້ ຈະ​ເປັນ​ບ່ອນ​ຮາບພຽງ. ນະຄອນ​ເຢຣູຊາເລັມ​ຈະ​ສູງ​ເດັ່ນ​ໃນ​ດິນແດນ​ທີ່​ອ້ອມຮອບ​ນັ້ນ; ນະຄອນ​ນີ້​ຈະ​ມີ​ອານາເຂດ​ຢຽດ​ອອກ​ໄປ ແຕ່​ປະຕູ​ເບັນຢາມິນ​ຈົນຮອດ​ປະຕູ​ແຈ ບ່ອນ​ທີ່​ປະຕູ​ເມືອງ​ແຕ່ກ່ອນ​ຕັ້ງ​ຢູ່ ແລະ​ຈາກ​ຫໍຄອຍ​ຮານາເນນ ເຖິງ​ບ່ອນ​ບີບ​ເຫຼົ້າ​ອະງຸ່ນ​ຂອງ​ກະສັດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:10
28 Jak'a apnaqawi uñst'ayäwi  

ຕໍ່ມາ ກະສັດ​ອາສາ​ໄດ້​ອອກ​ຄຳສັ່ງ​ໄປ​ທົ່ວ​ອານາຈັກ​ຢູດາຍ​ຮຽກຮ້ອງ​ທຸກຄົນ​ໂດຍ​ບໍ່ມີ​ການ​ຍົກເວັ້ນ ເພື່ອ​ຊ່ວຍ​ຂົນ​ເອົາ​ຫີນ ແລະ​ໄມ້​ທີ່​ກະສັດ​ບາອາຊາ​ໃຊ້​ສ້າງ​ເມືອງ​ນັ້ນ​ອອກ​ໜີໄປ. ກະສັດ​ອາສາ​ໄດ້​ໃຊ້​ອຸປະກອນ​ເຫຼົ່ານີ້ ສ້າງ​ປ້ອມ​ປ້ອງກັນ​ເມືອງ​ມີຊະປາ ແລະ​ເມືອງ​ເກບາ​ຢູ່​ໃນ​ເຂດແດນ​ເບັນຢາມິນ.


ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຈັບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ທີ່​ເບັດເຊເມດ​ໄປ​ເປັນ​ຊະເລີຍ; ແລ້ວ​ກໍ​ບຸກໜ້າ​ເຂົ້າ​ໄປ​ຈົນເຖິງ​ນະຄອນ​ເຢຣູຊາເລັມ ແລະ​ທຳລາຍ​ກຳແພງ​ເມືອງ ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ຂອງ​ກຳແພງ ເປັນ​ໄລຍະ​ຍາວ​ເກືອບ​ສອງຮ້ອຍ​ແມັດ.


ພວກເຂົາ​ຍັງ​ໄດ້​ອາໄສ​ຢູ່​ໃນ​ບ່ອນ​ອື່ນໆ​ອີກ ດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ​ອາຊານ,


ສ່ວນ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເມຣາຣີ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍໄດ້​ຮັບ​ມອບໝາຍ​ເມືອງ​ຕ່າງໆ​ພ້ອມ​ທັງ​ທົ່ງຫຍ້າ​ທີ່​ຢູ່​ອ້ອມຮອບ​ນັ້ນ​ດ້ວຍ ມີ​ດັ່ງນີ້: ໃນ​ເຂດແດນ​ເຊບູໂລນ: ຣີມໂມໂນ​ແລະ​ຕາໂບ.


ເຈົ້າ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ຈັບ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ແຫ່ງ​ຢູດາຍ​ໄດ້​ທີ່​ເບັດເຊເມດ ແລະ​ນຳ​ຕົວ​ມາ​ທີ່​ນະຄອນ​ເຢຣູຊາເລັມ. ໃນ​ທີ່ນັ້ນ ເພິ່ນ​ໄດ້​ຮື້​ກຳແພງ​ເມືອງ​ຖິ້ມ, ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ເມືອງ ຊຶ່ງ​ຍາວ​ປະມານ​ສອງຮ້ອຍ​ແມັດ.


ອຸດຊີຢາ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ຢ່າງ​ແໜ້ນໜາ ໂດຍ​ເສີມສ້າງ​ຫໍຄອຍ​ໄວ້​ຢູ່​ຕາມ​ປະຕູ​ແຈ​ຕ່າງໆ ຕາມ​ປະຕູ​ຮ່ອມພູ​ແລະ​ບ່ອນ​ທີ່​ກຳແພງ​ໂຄ້ງ.


ແລະ​ຈາກ​ທີ່​ນັ້ນ​ພວກເຮົາ​ຜ່ານ​ໄປ​ທາງ​ປະຕູ​ເອຟຣາອິມ, ປະຕູ​ເຢຊານາ, ປະຕູ​ປາ, ຫໍຄອຍ​ຂອງ​ຮານາເນນ, ກັບ​ຫໍຄອຍ​ຂອງ​ຄົນ​ໜຶ່ງຮ້ອຍ, ສູ່​ປະຕູ​ແກະ. ພວກເຮົາ​ຕ່າງ​ກໍ​ເດີນ​ເປັນ​ຂະບວນ ແລະ​ມາ​ຢຸດ​ຢູ່​ໃກ້​ກັບ​ປະຕູ​ເຂົ້າ​ຂອງ​ພຣະວິຫານ.


ຕໍ່ໄປນີ້​ແມ່ນ​ເລື່ອງ​ການ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່. ມະຫາ​ປະໂຣຫິດ​ເອລີອາຊິບ​ກັບ​ເພື່ອນ​ປະໂຣຫິດ​ຄົນອື່ນໆ ໄດ້​ສ້າງ​ປະຕູ​ຄອກ​ແກະ​ຂຶ້ນ​ໃໝ່ ເພື່ອ​ອຸທິດ​ຖວາຍ ແລະ​ຕັ້ງ​ປະຕູ​ໃນ​ບ່ອນ​ຂອງ​ມັນ. ພວກເຂົາ​ໄດ້​ອຸທິດ​ຖວາຍ​ກຳແພງ​ເມືອງ ຊຶ່ງ​ຍາວ​ອອກ​ໄປ​ຈົນຮອດ​ຫໍຄອຍ​ໜຶ່ງຮ້ອຍ ແລະ​ຫໍຄອຍ​ຂອງ​ຮານາເນນ.


ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.


ໃນ​ວັນ​ທັງຫລາຍ​ທີ່​ຈະ​ໝູນວຽນ​ມາເຖິງ ພູ​ບ່ອນ​ທີ່​ຕັ້ງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ສູງ​ກວ່າ​ທຸກໆ​ແຫ່ງ ພູ​ນັ້ນ​ຈະ​ຕັ້ງ​ຢູ່​ສູງ​ສົ່ງ​ເທິງ​ເນີນພູ​ທັງໝົດ ດັ່ງນັ້ນ ຫລາຍ​ຊົນຊາດ​ຈຶ່ງ​ຈະ​ຫລັ່ງ​ມາ​ສູ່​ທີ່ນັ້ນ


ລາວ​ຈຶ່ງ​ສັ່ງ​ຄົນ​ໃຫ້​ຂ້ຽນຕີ ແລະ​ລ່າມໂສ້​ຂ້າພະເຈົ້າ​ໄວ້ ທີ່​ຂ້າງ​ເທິງ​ໃກ້​ກັບ​ປະຕູ​ເບັນຢາມິນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”


ແຕ່​ເອເບັດ-ເມເຫລັກ ຊາວ​ເອທີໂອເປຍ ຊາຍ​ຕອນ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ກະສັດ ໄດ້ຍິນ​ວ່າ​ພວກເຂົາ​ໄດ້​ຈັບ​ຂ້າພະເຈົ້າ​ຢ່ອນ​ລົງ​ໃນ​ນໍ້າສ້າງ. ໃນ​ເວລາ​ນັ້ນ ກະສັດ​ກຳລັງ​ຢູ່​ທີ່​ເດີ່ນ​ຂອງ​ປະຕູ​ເບັນຢາມິນ.


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


ເລບາໂອດ, ຊິນຮີມ, ອາອິນ ແລະ​ຣິມໂມນ. ລວມ​ທັງໝົດ​ມີ 29 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ຈາກ​ເຂດແດນ​ຂອງ​ເບັນຢາມິນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີເບໂອນ, ເກບາ,


ຍັງ​ມີ​ບາງສ່ວນ​ກັບຄືນ​ໄປ​ທີ່​ໂງ່ນຫີນ​ຣິມໂມນ​ທີ່​ນອກເມືອງ. ໃນ​ຕອນ​ນັ້ນ​ມີ​ທະຫານ​ຫ້າພັນ​ຄົນ ຖືກ​ຂ້າ. ສ່ວນ​ພວກ​ອິດສະຣາເອນ​ກໍ​ສືບຕໍ່​ຕາມ​ກວາດລ້າງ ພວກ​ທີ່​ຍັງເຫລືອ​ນັ້ນ​ໄປ​ທີ່​ກີໂດມ​ແລະ​ຂ້າ​ສອງພັນ​ຄົນ ໃນ​ທີ່ນັ້ນ.


ແຕ່​ຍັງ​ມີ​ທະຫານ​ຫົກຮ້ອຍ​ຄົນ ທີ່​ແລ່ນ​ປົບໜີໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ສູ່​ໂງ່ນຫີນ​ຣິມໂມນ ແລະ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສີ່​ເດືອນ.


ແລ້ວ​ກອງ​ປະຊຸມ​ທັງໝົດ​ກໍ​ສັ່ງຄວາມ​ໄປ​ບອກ​ພວກ​ເບັນຢາມິນ ທີ່​ຢູ່​ໃນ​ເຂດ​ໂງ່ນຫີນ​ຣິມໂມນ​ແລະ​ສະເໜີ​ເຊົາ​ເຮັດ​ເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka