Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 14:1 - ພຣະຄຳພີສັກສິ

1 ວັນ​ທີ່​ພຣະເຈົ້າຢາເວ​ຈະ​ນັ່ງ​ຕັດສິນ​ມາ​ໃກ້​ແລ້ວ. ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ປຸ້ນ ແລະ​ພວກເຂົາ​ຈະ​ແບ່ງປັນ​ຂອງ​ທີ່​ປຸ້ນ​ມາ​ໄດ້​ນັ້ນ​ຕໍ່ໜ້າ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 14:1
12 Jak'a apnaqawi uñst'ayäwi  

ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ວັນ​ຂອງ​ພຣະເຈົ້າຢາເວ​ກຳລັງ​ມາ ຄື​ມື້​ແຫ່ງ​ຄວາມ​ຮ້າຍກາດ ແລະ​ໂມໂຫ​ຂອງ​ພຣະອົງ. ໂລກ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ຄົນບາບ​ທຸກຄົນ​ຈະ​ຖືກ​ທຳລາຍ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ຈົ່ງ​ເປົ່າແກ​ຂຶ້ນ​ເຕືອນໄພ ທີ່​ເທິງ​ພູເຂົາ​ຊີໂອນ​ສາ ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ສັ່ນ​ສະທ້ານ​ເຖີດ ປະຊາຊົນ​ຢູດາ​ເອີຍ ເຖິງ​ວັນ​ຂອງ​ພຣະເຈົ້າຢາເວ​ແລ້ວ ວັນນັ້ນ​ກຳລັງ​ຫຍັບ​ເຂົ້າມາ​ໃກ້​ແລ້ວ.


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ມີ​ຫລາຍ​ພັນ​ຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ຮ່ອມພູ​ຕັດສິນ ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມາ​ໄວໆ​ນີ້ແຫຼະ.


ຈົ່ງ​ມິດງຽບ​ຢູ່​ຊ້ອງໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເພາະ​ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວ​ກຳລັງ​ຕຽມ​ທີ່​ຈະ​ຖວາຍບູຊາ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ກະທຳ​ຜູ້​ໄດ້ຮັບເຊີນ​ຂອງ ພຣະອົງ​ໃຫ້​ບໍຣິສຸດ.


ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ແຕ່​ກ່ອນ​ວັນ​ຍິ່ງໃຫຍ່​ແລະ​ວັນ​ອັນ​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ຈະ​ມາເຖິງ ເຮົາ​ຈະ​ໃຊ້​ເອລີຢາ​ຜູ້ທຳນວາຍ​ຂອງເຮົາ​ມາ.


ກ່ອນ​ວັນ​ສຳຄັນ ແລະ​ວັນ​ຮຸ່ງເຮືອງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ມາ​ເຖິງ ດວງ​ຕາເວັນ​ຈະ​ເກີດ​ມືດມົວ​ໄປ ດວງ​ຈັນ​ຈະ​ກາຍເປັນ​ເລືອດ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka