Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 13:9 - ພຣະຄຳພີສັກສິ

9 ແລ້ວ​ເຮົາ​ກໍ​ຈະ​ທົດສອບ​ເບິ່ງ​ປະຊາຊົນ​ສ່ວນ​ທີ​ສາມ ທີ່​ລອດຊີວິດ​ຢູ່​ນັ້ນ ແລະ​ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ບໍຣິສຸດ ດັ່ງ​ເງິນ​ທີ່​ຖືກ​ຫລໍ່ຫລອມ​ດ້ວຍ​ໄຟ. ເຮົາ​ຈະ​ທົດສອບ​ເບິ່ງ​ພວກເຂົາ ດັ່ງ​ມະນຸດ​ທົດສອບ​ເບິ່ງ​ຄຳ. ພວກເຂົາ​ຈະ​ພາວັນນາ​ອະທິຖານ​ໃນ​ນາມຊື່​ຂອງເຮົາ ແລະ​ເຮົາ​ຈະ​ຕອບ​ພວກເຂົາ. ເຮົາ​ຈະ​ບອກ​ວ່າ, ‘ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ.’ ແລະ​ພວກເຂົາ​ກໍ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”’

Uka jalj uñjjattʼäta Copia luraña




ເຊກາຣີຢາ 13:9
54 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກະທຳ​ໃຫ້​ຊາດ​ອິດສະຣາເອນ ເປັນ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ພຣະອົງ​ກໍ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.


“ກ່ອນ​ຈະ​ຂຸດ​ເອົາ​ເງິນ​ໄດ້​ມັນ​ຕ້ອງ​ມີ​ເໝືອງແຮ່ ກ່ອນ​ຈະ​ເຮັດ​ໃຫ້​ຄຳ​ບໍຣິສຸດ​ໄດ້​ຕ້ອງ​ມີ​ບ່ອນ​ຫລອມ.


ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ຢູ່​ຝ່າຍ​ຄວາມຈິງ ເປັນ​ຂອງ​ປະຊາຊົນ​ທີ່​ມີ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ເງິນຄຳ​ຖືກ​ທົດລອງ​ດ້ວຍ​ໄຟ​ສັນໃດ ໃຈ​ມະນຸດ​ກໍ​ຖືກ​ພຣະເຈົ້າຢາເວ​ລອງເບິ່ງ​ສັນນັ້ນ.


ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ເຮົາ​ທົດສອບ​ພວກເຈົ້າ​ໃຫ້​ທົນທຸກ​ໃນ​ແປວໄຟ ດັ່ງ​ຊຸບ​ເງິນ​ໃຫ້​ບໍຣິສຸດ​ໃນ​ເຕົາຫລອມ​ຮ້ອນ.


ເມື່ອນັ້ນ​ເຈົ້າ​ຈະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ເຈົ້າ. ເມື່ອ​ເຈົ້າ​ເອີ້ນ​ຫາ​ເຮົາ ເຮົາ​ກໍ​ຈະ​ຂານຕອບ​ເຈົ້າ. ຖ້າ​ເຈົ້າ​ເຊົາ​ກົດຂີ່​ຄົນອື່ນ ເລີກ​ການ​ດູໝິ່ນ​ປະໝາດ​ທຸກປະການ ແລະ​ເຊົາ​ເວົ້າ​ຄຳ​ຊົ່ວຊ້າ​ທຸກຢ່າງ;


“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພິຈາລະນາ​ເຫັນ​ວ່າ ປະຊາຊົນ​ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ນັ້ນ​ເປັນ​ດັ່ງ​ໝາກເດື່ອ​ທີ່ດີ ແລະ​ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ​ຢ່າງ​ໃຈ​ເມດຕາ.


ພວກເຂົາ​ຈະ​ເປັນ​ຂອງເຮົາ ເຮົາ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັກສາ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ​ຢ່າງ​ສັດຊື່. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພື່ອ​ປ້ອງກັນ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ໜີໄປ​ຈາກ​ເຮົາ ແລະ​ເປັນ​ມົນທິນ​ໂດຍ​ການ​ເຮັດ​ບາບ​ຂອງ​ພວກເຂົາ. ພວກເຂົາ​ຕ້ອງ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ຈະ​ນຳ​ຄົນ​ທີ່​ກະບົດ ແລະ​ເຮັດ​ບາບ​ໃນ​ທ່າມກາງ​ພວກເຈົ້າ​ໜີໄປ. ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຕ່າງໆ​ທີ່​ພວກເຂົາ​ກຳລັງ​ຢູ່​ດຽວ​ນີ້; ແຕ່​ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ອິດສະຣາເອນ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແລ້ວ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ເຮົາ​ຈະ​ຢູ່​ໃນ​ທີ່ນັ້ນ​ກັບ​ພວກເຂົາ; ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ຜູ້ນຳ​ທີ່​ມີ​ປັນຍາ​ເຫຼົ່ານີ້​ບາງຄົນ​ຈະ​ຖືກ​ຂ້າ, ແຕ່​ຜົນ​ທີ່​ຕາມ​ມາ​ນັ້ນ ກໍ​ເພື່ອ​ປະຊາຊົນ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍຣິສຸດ. ການ​ນີ້​ຈະ​ມີ​ສືບ​ຕໍ່ໄປ ຈົນເຖິງ​ເວລາ​ແຫ່ງ​ການ​ສິ້ນສຸດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.


ຫລາຍ​ຄົນ​ຈະ​ຖືກ​ຊຳລະ​ໃຫ້​ບໍຣິສຸດ. ພວກ​ທີ່​ຊົ່ວຊ້າ​ທັງຫລາຍ​ຈະ​ບໍ່​ເຂົ້າໃຈ ແຕ່​ພວກເຂົາ​ຈະ​ເປັນ​ຄົນຊົ່ວ​ຢູ່​ຕໍ່ໄປ; ມີ​ແຕ່​ພວກ​ມີ​ປັນຍາ​ເທົ່ານັ້ນ ທີ່​ຈະ​ເຂົ້າໃຈ.


ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້: ‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’


ເຮົາ​ຈະ​ຢູ່​ກັບ​ເຈົ້າ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຊາວ​ເຢຣູຊາເລັມ​ຄົນອື່ນໆ ເຕັມ​ໄປ​ດ້ວຍ​ຈິດໃຈ​ເມດຕາ ແລະ​ຮັກ​ການພາວັນນາ​ອະທິຖານ. ພວກເຂົາ​ຈະ​ແນມເບິ່ງ​ຜູ້​ທີ່​ພວກເຂົາ​ແທງ​ຈົນຕາຍ ແລະ​ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເພິ່ນ​ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍ​ໂທນ​ຂອງຕົນ. ພວກເຂົາ​ຈະ​ໄວ້​ທຸກຢ່າງ​ຂົມຂື່ນ ດັ່ງ​ຄົນ​ທີ່​ໄວ້ທຸກ​ໃຫ້​ແກ່​ລູກຊາຍກົກ​ຂອງຕົນ.


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ບຸກຄົນ​ໃດ ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະໄດ້​ລອດພົ້ນ.”’


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ອີກ​ວ່າ, ‘ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ສັນຍາ​ໄວ້​ກັບ​ ຍາດ​ວົງ​ອິດສະຣາເອນ ພາຍຫລັງ​ສະໄໝ​ນັ້ນ ຄື​ເຮົາ​ຈະ​ບັນຈຸ​ກົດບັນຍັດ​ຂອງເຮົາ ໄວ້​ໃນ​ໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ ໄວ້​ໃນ​ຫົວໃຈ​ຂອງ​ພວກເຂົາ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຝ່າຍ​ພວກເຂົາ​ຈະ​ເປັນ ພົນລະເມືອງ​ຂອງເຮົາ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ພວກ​ທີ່ຮັກ​ເອີຍ, ຢ່າ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຮ້ອນ​ຢ່າງ​ແສນ​ສາຫັດ​ເປັນ​ການ​ລອງໃຈ ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະຫລາດ​ເກີດຂຶ້ນ​ກັບ​ພວກເຈົ້າ.


ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.


ເມື່ອ​ເທວະດາ​ຕົນ​ທີ​ສາມ​ໄດ້​ເປົ່າແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ໜຶ່ງ ທີ່​ໄຟ​ກຳລັງ​ໄໝ້​ຢູ່​ເໝືອນ​ກັບ​ກະບອງ ຕົກລົງ​ຈາກ​ທ້ອງຟ້າ ດາວ​ນັ້ນ​ຕົກ​ໃສ່​ແມ່ນໍ້າ​ໜຶ່ງ​ສ່ວນ​ສາມ ແລະ​ໃສ່​ນໍ້າພຸ​ທັງຫລາຍ.


(ດາວ​ດວງ​ນີ້ ມີ​ຊື່​ວ່າ, “ຂົມ.”) ໜຶ່ງ​ສ່ວນ​ສາມ​ຂອງ​ແມ່ນໍ້າ​ໄດ້​ກາຍເປັນ​ນໍ້າ​ຂົມ ແລະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຕາຍ​ຍ້ອນ​ນໍ້າ​ນັ້ນ​ມີ​ຣົດ​ຂົມ.


ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


ເມື່ອ​ເທວະດາ​ຕົນ​ທີ​ສອງ​ເປົ່າແກ​ຂຶ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍ​ໃຫຍ່​ທີ່​ໄຟ​ກຳລັງ​ໄໝ້​ຢູ່ ໄດ້​ຖືກ​ຖິ້ມ​ລົງ​ໃນ​ທະເລ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ໜຶ່ງ​ສ່ວນ​ສາມ​ຂອງ​ສິ່ງທີ່ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka