ເຊກາຣີຢາ 13:8 - ພຣະຄຳພີສັກສິ8 ພຣະເຈົ້າຢາເວກ່າວວ່າ, “ແລະສອງສ່ວນສາມຂອງປະຊາຊົນທົ່ວປະເທດຈະຕາຍໄປ. Uka jalj uñjjattʼäta |
ຜູ້ປົກຄອງຄົນນັ້ນຈະມີຂໍ້ຕົກລົງຢ່າງໜັກແໜ້ນ ກັບຄົນຈຳນວນຫລາຍເປັນເວລາເຈັດປີ; ພໍເມື່ອສາມປີເຄິ່ງຜ່ານໄປ ລາວຈະສັ່ງເລີກບໍ່ໃຫ້ມີເຄື່ອງເຜົາບູຊາ ແລະເຄື່ອງບູຊາ. ເທິງທີ່ສູງສຸດຂອງພຣະວິຫານນັ້ນ ຈະມີສິ່ງແປກປະຫລາດອັນໜ້າຢ້ານ ຕັ້ງຢູ່ ແລະມັນຈະຕັ້ງຢູ່ທີ່ນັ້ນຈົນເຖິງເວລາທີ່ພຣະເຈົ້າ ເຮັດໃຫ້ຜູ້ທີ່ຕັ້ງມັນໄວ້ນັ້ນໄດ້ພົບຈຸດຈົບ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”