Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 13:7 - ພຣະຄຳພີສັກສິ

7 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”

Uka jalj uñjjattʼäta Copia luraña




ເຊກາຣີຢາ 13:7
76 Jak'a apnaqawi uñst'ayäwi  

ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.


ເຮົາ​ຈະ​ດຳເນີນ​ການ​ຕໍ່ສູ້​ພວກເຈົ້າ. ເຮົາ​ຈະ​ຊຳລະ​ພວກເຈົ້າ​ໃຫ້​ບໍຣິສຸດ​ຕາມ​ວິທີ​ຫລອມ​ໂລຫະ ຄື​ຈະ​ຂູດ​ຂີ້ໝ້ຽງ​ອອກ​ໃຫ້​ໝົດ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.


ພຣະອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະອົງ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ ພຣະອົງ​ຈະ​ເຕົ້າໂຮມ​ລູກແກະ​ທຸກ​ໂຕ​ໄວ້ ແລະ​ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະອົງ ຈະ​ນຳ​ລູກແກະ ແມ່ແກະ​ເຫຼົ່ານັ້ນ​ຢ່າງ​ອ່ອນໂຍນ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’


“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ເຮົາ​ເປັນ​ສັດຕູ​ຂອງ​ພວກເຈົ້າ. ເຮົາ​ຈະ​ຊັກ​ດາບ​ຂອງເຮົາ​ອອກ​ແລະ​ສັງຫານ​ພວກເຈົ້າ​ທຸກຄົນ ບໍ່​ວ່າ​ຄົນດີ ຫລື​ຄົນຊົ່ວ​ໂດຍ​ບໍ່​ເລືອກ​ໜ້າ.


ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຈະ​ຖືກ​ລວມ​ເຂົ້າກັນ​ຢູ່​ພາຍໃຕ້​ຜູ້ປົກຄອງ​ຄົນດຽວ ແລະ​ຈະ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ​ຂອງເຮົາ​ຢ່າງ​ສັດຊື່.


ເຖິງ​ຈຸດຈົບ​ສາ​ແລ້ວ. ອັນ​ນີ້​ແມ່ນ​ຄາວ​ສຸດທ້າຍ. ໝົດສິ້ນກັນ​ສາ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ


ສະນັ້ນ ພັນທະສັນຍາ​ຈຶ່ງ​ໄດ້​ຖືກ​ຍົກເລີກ​ໃນ​ມື້​ນັ້ນ. ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ຊື້​ແລະ​ຂາຍ​ແກະ ຕ່າງ​ກໍ​ຈ້ອງເບິ່ງ​ຂ້າພະເຈົ້າ​ແລະ​ພວກເຂົາ​ກໍໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ກ່າວ​ນັ້ນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ເປັນ​ຄື​ຄົນລ້ຽງແກະ ຊຶ່ງ​ຝູງແກະ​ກຳລັງ​ຈະ​ຖືກ​ນຳ​ໄປ​ຂ້າ.


ຜູ້ຊື້​ກັບ​ຜູ້ຂາຍ​ແກະ​ເຫຼົ່ານັ້ນ ໄດ້​ຈ້າງ​ຂ້າພະເຈົ້າ​ໃຫ້​ເປັນ​ຄົນລ້ຽງແກະ ຊຶ່ງ​ກຳລັງ​ຈະ​ຖືກ​ນຳ​ໄປ​ຂ້າ. ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ໄມ້​ສອງ​ທ່ອນ: ທ່ອນ​ໜຶ່ງ​ເອີ້ນ​ວ່າ, “ພຣະຄຸນ” ແລະ​ທ່ອນ​ໜຶ່ງ​ອີກ​ເອີ້ນ​ວ່າ, “ນໍ້າໜຶ່ງໃຈດຽວ.” ແລະ​ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ເບິ່ງແຍງ​ຝູງແກະ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫຼົ່ານີ້​ຈິບຫາຍ​ແມ່ນແຕ່​ຄົນ​ດຽວ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃນ​ຄືນ​ນີ້​ແຫຼະ ພວກເຈົ້າ​ທຸກຄົນ​ຈະ​ແລ່ນ​ໜີ​ຈາກ​ເຮົາ ແລະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ຂ້າ​ຜູ້​ທີ່​ລ້ຽງ​ແກະ ແລະ​ຝູງແກະ​ຈະ​ແຕກຊະ​ກັນ​ໄປ.’


ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເກີດຂຶ້ນ ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ.” ເມື່ອນັ້ນ ພວກ​ສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ​ແລ່ນ​ປົບໜີໄປ.


ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ປະຫານ​ຜູ້​ລ້ຽງ​ແກະ ແລະ ຝູງແກະ​ຈະ​ແຕກ​ຊະ​ກັນ​ໄປ.’


ແລ້ວ​ພວກ​ສາວົກ​ທັງໝົດ​ກໍ​ປະຖິ້ມ ແລະ​ແລ່ນ​ປົບໜີ​ຈາກ​ພຣະອົງ​ໄປ.


“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ.


ຖ້າ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່ໆ ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ໃນ​ທະເລ ກໍ​ດີກວ່າ​ທີ່​ລາວ​ຈະ​ກໍ່​ເຫດ ໃຫ້​ຄົນ​ໜຶ່ງ​ໃນ​ຜູ້​ຕໍ່າຕ້ອຍ​ເຫຼົ່ານີ້​ເກີດ​ການ​ຫລົງ​ຜິດ.


ວັນ​ຕໍ່ມາ ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ມາ​ຫາ​ຕົນ ຈຶ່ງ​ກ່າວ​ຂຶ້ນ​ວ່າ, “ເບິ່ງແມ! ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຊົງ​ຮັບ​ເອົາ​ບາບກຳ​ຂອງ​ມະນຸດ​ສະໂລກ​ໄປ​ເສຍ


ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງຫຼາຍ​ວຸ້ນວາຍ​ໄປ ຈົ່ງ​ວາງໃຈເຊື່ອ​ພຣະເຈົ້າ ແລະ​ຈົ່ງ​ວາງໃຈເຊື່ອ ໃນ​ເຮົາ​ເໝືອນກັນ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ຜູ້ໃດ​ຮັກ​ເຮົາ ກໍ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ຈະ​ຮັກ​ຜູ້ນັ້ນ ແລະ​ເຮົາ​ທັງສອງ​ຈະ​ມາ​ຫາ​ຜູ້ນັ້ນ ແລະ​ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້ນັ້ນ.


ທຸກສິ່ງ​ທີ່​ພຣະບິດາເຈົ້າ​ມີ​ຢູ່​ນັ້ນ ກໍ​ເປັນ​ຂອງເຮົາ. ສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ, ພຣະວິນຍານ​ຈະ​ນຳ​ເອົາ​ສິ່ງ ຊຶ່ງ​ເປັນ​ຂອງເຮົາ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.”


ເວລາ​ກຳລັງ​ມາ​ແລະ​ກໍ​ມາ​ເຖິງ​ທີ່​ນີ້​ແລ້ວ ເມື່ອ​ພວກເຈົ້າ​ຕ້ອງ​ພັດ​ພາກ​ຈາກ​ກັນ​ໄປ​ບ້ານ​ເຮືອນ​ຂອງ​ໃຜ​ລາວ ແລະ​ປ່ອຍ​ເຮົາ​ໄວ້​ແຕ່​ຜູ້​ດຽວ, ແຕ່​ເຮົາ​ບໍ່ໄດ້​ຢູ່​ຜູ້​ດຽວ ເພາະ​ພຣະບິດາເຈົ້າ​ສະຖິດ​ຢູ່​ກັບ​ເຮົາ.


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ພຣະເຢຊູເຈົ້າ​ໄດ້ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ອັບຣາຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ.”


ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ພຣະອົງ​ຊົງ​ສະພາບ​ຂອງ​ພຣະເຈົ້າ ແຕ່​ບໍ່ໄດ້​ຊົງ​ຖື​ວ່າ​ການ​ເທົ່າທຽມ ກັບ​ພຣະເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງ​ຢຶດຫວງ​ໄວ້


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.


ແມ່ນ​ດ້ວຍ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຍົກ​ການບາບ​ຂອງ​ພວກເຮົາ​ເສຍ ແລະ​ບໍ່ແມ່ນແຕ່​ການບາບ​ຂອງ​ພວກເຮົາ​ຜູ້​ດຽວ, ແຕ່​ທັງ​ການບາບ​ຂອງ​ມະນຸດ​ທັງປວງ​ໃນ​ໂລກ​ເໝືອນກັນ.


ສຽງ​ນັ້ນ​ກ່າວ​ວ່າ, “ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ ໃສ່​ໜັງສື​ມ້ວນ ແລະ​ຝາກ​ໄປ​ເຖິງ​ຄຣິສຕະຈັກ​ທັງ​ເຈັດ ຄື​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ ເມືອງ​ຊະມີນາ ເມືອງ​ເປຄາໂມ ເມືອງ​ທົວເຕຣາ ເມືອງ​ຊາເດ ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ.”


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ບັນດາ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ​ຈະ​ບູຊາ​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ຊົງ​ສ້າງ​ໂລກ ຄື​ທະບຽນ​ພຣະ​ເມສານ້ອຍ​ທີ່​ຊົງ​ຖືກ​ຂ້າ​ເສຍ​ນັ້ນ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka