ເຊກາຣີຢາ 13:2 - ພຣະຄຳພີສັກສິ2 ພຣະເຈົ້າຢາເວກ່າວວ່າ, ໃນເວລານັ້ນ ເຮົາຈະກຳຈັດບັນດາຮູບເຄົາຣົບໃຫ້ໝົດໄປຈາກດິນແດນ ແລະຈະບໍ່ມີຜູ້ໃດຈົດຈຳພວກມັນໄດ້ອີກເລີຍ. ເຮົາຈະກຳຈັດທຸກໆຄົນທີ່ອ້າງຕົວເອງວ່າເປັນຜູ້ທຳນວາຍ ແລະຈະທຳລາຍຄວາມປາຖະໜາທີ່ຈະຂາບໄຫວ້ບັນດາຮູບນັ້ນ. Uka jalj uñjjattʼäta |
ພວກເຂົາຈະບໍ່ປະພຶດຕົນໃຫ້ເປັນມົນທິນ ໂດຍຂາບໄຫວ້ຮູບເຄົາຣົບອັນໜ້າກຽດຊັງ ຫລືປະພຶດຕົນເອງໃຫ້ເສື່ອມເສຍຍ້ອນການບາບອີກ. ເຮົາຈະໃຫ້ພວກເຂົາພົ້ນຈາກການເຮັດຊົ່ວ ແລະການທໍລະຍົດທຸກຢ່າງທີ່ຕໍ່ສູ້ເຮົາ. ເຮົາຈະຊຳລະພວກເຂົາໃຫ້ບໍຣິສຸດ; ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
“ມະນຸດເອີຍ ນີ້ແຫລະແມ່ນບັນລັງຂອງເຮົາ. ເຮົາຈະຢູ່ທີ່ນີ້ໃນທ່າມກາງປະຊາຊົນອິດສະຣາເອນ ແລະປົກຄອງພວກເຂົາຕະຫລອດໄປ. ປະຊາຊົນອິດສະຣາເອນຕະຫລອດທັງບັນດາກະສັດຂອງພວກເຂົາ ຈະຕ້ອງບໍ່ເຮັດໃຫ້ນາມອັນບໍຣິສຸດຂອງເຮົາເປັນທີ່ອັບອາຍຂາຍໜ້າອີກຕໍ່ໄປ ໂດຍຂາບໄຫວ້ພະອື່ນ ຫລືໂດຍຝັງສົບຂອງ ກະສັດຂອງພວກເຂົາທີ່ໄດ້ຕາຍໄປແລ້ວໃນທີ່ນີ້ອີກ.