1 ເມື່ອເວລານັ້ນມາເຖິງຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊຳລະບາບຂອງເຊື້ອສາຍຂອງກະສັດດາວິດ ແລະຂອງປະຊາຊົນເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ.
ໂຜດຊຳລະລ້າງຄວາມຊົ່ວຂອງຂ້ານ້ອຍໃຫ້ສິ້ນໄປ ແລະໃຫ້ສະອາດໝົດຈາກການບາບດ້ວຍ.
ຂໍຊົງໂຜດຊຳລະບາບຂອງຂ້ານ້ອຍແດ່ ແລະຂ້ານ້ອຍກໍຈະສະອາດງາມດີ ໂຜດຊຳລະການບາບຂອງຂ້ານ້ອຍທັງໝົດ ແລະຂ້ານ້ອຍກໍຈະຂາວກວ່າຫິມະ.
ດັ່ງນໍ້າເຢັນໆຊ່ວຍໃຫ້ຜູ້ຫິວນໍ້າສົດຊື່ນສັນໃດ ຄວາມຊ່ວຍຊູຂອງພຣະອົງກໍໃຫ້ສົດຊື່ນສັນນັ້ນ.”
ໂດຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈະຕັດສິນແລະຊຳລະປະເທດຊາດ ແລະຊຳລະລ້າງມົນທິນໃຫ້ສິ້ນໄປຈາກນະຄອນເຢຣູຊາເລັມ ແລະຊຳລະເລືອດທີ່ໄດ້ໄຫລລົງທີ່ນັ້ນດ້ວຍ.
ພຣະເຈົ້າຢາເວຄືຄວາມຫວັງຂອງອິດສະຣາເອນ ທຸກຄົນທີ່ປະຖິ້ມພຣະອົງຈະໄດ້ຖືກອັບອາຍຂາຍໜ້າ. ພວກເຂົາຈະດັບສູນໄປ ດັ່ງຊື່ທີ່ຖືກບັນທຶກໃນຂີ້ຝຸ່ນດິນ ເພາະໄດ້ປະຖິ້ມພຣະເຈົ້າຢາເວອົງເປັນນໍ້າພຸແຫ່ງຊີວິດ.
ປະຊາຊົນຂອງເຮົາໄດ້ເຮັດບາບໄວ້ສອງປະການ ຄືພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້.
“ພຣະເຈົ້າຢາເວໄດ້ເຮັດໃຫ້ທ່ານເປັນປະໂຣຫິດແທນເຢໂຮຍອາດາ; ບັດນີ້ ທ່ານກໍເປັນຫົວໜ້າຂອງພວກເຈົ້າໜ້າທີ່ ປະຈຳວິຫານຂອງພຣະເຈົ້າຢາເວ. ແມ່ນໜ້າທີ່ຂອງທ່ານທີ່ຈະຈັດການລ່າມໂສ້ຄົນເສຍສະຕິທຸກໆຄົນ ທີ່ແກ້ງເຮັດເປັນຜູ້ທຳນວາຍ.
ເຮົາຈະຫລໍ່ຫລອມພວກເຂົາໃຫ້ພົ້ນຈາກການບາບ ທີ່ພວກເຂົາໄດ້ກະທຳຕໍ່ສູ້ເຮົານັ້ນ ແລະເຮົາຈະຍົກບາບກຳເຫຼົ່ານັ້ນ ແລະການກະບົດຂອງພວກເຂົາ.
“ມະນຸດເອີຍ ເມື່ອຊາວອິດສະຣາເອນໄດ້ອາໄສຢູ່ໃນດິນແດນຂອງພວກເຂົາແລ້ວ ຄວາມປະພຶດ ແລະການກະທຳຂອງພວກເຂົາກໍຍັງເປັນມົນທິນຢູ່. ສຳລັບເຮົາແລ້ວ ຄວາມປະພຶດຂອງພວກເຂົາຍັງເປັນມົນທິນ ເໝືອນຜູ້ຍິງເປັນປະຈຳເດືອນ.
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນຈາກມົນທິນທັງໝົດຂອງພວກເຈົ້າ. ເຮົາຈະສັ່ງໃຫ້ມີເຂົ້າຢ່າງອຸດົມສົມບູນ ເພື່ອວ່າພວກເຈົ້າຈະບໍ່ໄດ້ອຶດຢາກອີກຈັກເທື່ອ.
ຊາຍຜູ້ນັ້ນໄດ້ນຳຂ້າພະເຈົ້າກັບຄືນມາທີ່ປະຕູເຂົ້າພຣະວິຫານ. ມີນໍ້າໄຫລອອກມາຈາກລຸ່ມທາງປະຕູເຂົ້າໄປສູ່ທາງທິດຕາເວັນອອກ ສູ່ທິດທີ່ຢູ່ກົງກັບພຣະວິຫານ. ລຳນໍ້ານັ້ນໄດ້ໄຫລລົງຈາກເບື້ອງລຸ່ມຂອງພຣະວິຫານດ້ານໃຕ້ ແລະຜ່ານດ້ານໃຕ້ຂອງແທ່ນບູຊາໄປ.
ແຕ່ນໍ້າໃນບໍ່ຫລືໃນຖັງເກັບນໍ້າຍັງຖືວ່າເປັນນໍ້າສະອາດ ແຕ່ວ່າຜູ້ໃດທີ່ແຕະຕ້ອງຊາກສັດນັ້ນໃຫ້ຖືວ່າເປັນມົນທິນ.
ເຮົາຈະທຳລາຍເຄື່ອງແຄ້ວຂອງຄົງອັນວິເສດ ທີ່ພວກເຈົ້າໃຊ້ນັ້ນ ແລະຈະບໍ່ໃຫ້ມີໝໍມໍອີກຕໍ່ໄປ.
ແລະບັນດາຄອບຄົວທັງໝົດທີ່ເຫຼືອຢູ່ກໍໄວ້ທຸກຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍໄວ້ທຸກຢູ່ຕ່າງຫາກ.
ແຕ່ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຫີນໜັກກ້ອນໜຶ່ງ ຊົນຊາດໃດທີ່ພະຍາຍາມຍົກຫີນກ້ອນນີ້ຂຶ້ນກໍຈະໄດ້ຮັບບາດເຈັບ. ຊົນຊາດທັງໝົດຢູ່ໃນໂລກນີ້ ຈະໂຮມກຳລັງກັນໂຈມຕີນະຄອນນີ້.
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ພວກເຂົາລໍຖ້ານໍ້າເຟືອນ. ດ້ວຍວ່າ, ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ລົງມາກວນນໍ້າໃນສະນັ້ນເປັນຍາມ ແລະເມື່ອນໍ້າເຟືອນ ຜູ້ໃດລົງໄປໃນນໍ້າກ່ອນ ຜູ້ນັ້ນກໍຫາຍດີຈາກພະຍາດທີ່ຕົນເປັນຢູ່.
ແຕ່ກ່ອນ ມີບາງຄົນໃນພວກເຈົ້າໄດ້ເປັນຢ່າງນັ້ນ, ແຕ່ພວກເຈົ້າໄດ້ຖືກຊຳລະຈາກບາບກຳແລ້ວ, ພວກເຈົ້າໄດ້ຖືກຊຳລະໃຫ້ບໍຣິສຸດແລ້ວ, ພວກເຈົ້າໄດ້ເປັນຄົນຊອບທຳແລ້ວ ໂດຍພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ.
ແຕ່ຊົງໄຖ່ດ້ວຍພຣະໂລຫິດ ອັນຊົງມີຄ່າຂອງພຣະຄຣິດ ເໝືອນດັ່ງເລືອດລູກແກະ ທີ່ບໍ່ມີຕຳໜິຫລືຮອຍດ່າງ.
ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.
ນີ້ແຫຼະ ຜູ້ທີ່ໄດ້ມາໂດຍນໍ້າແລະພຣະໂລຫິດ ຄືພຣະເຢຊູເຈົ້າ ບໍ່ແມ່ນດ້ວຍນໍ້າສິ່ງດຽວ ແຕ່ດ້ວຍນໍ້າແລະພຣະໂລຫິດ ແລະພຣະວິນຍານຊົງເປັນພະຍານ ເພາະພຣະວິນຍານຊົງເປັນຄວາມຈິງ.