Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 12:7 - ພຣະຄຳພີສັກສິ

7 ພຣະເຈົ້າຢາເວ​ຈະ​ໃຫ້​ກອງທັບ​ຂອງ​ຢູດາ​ໄຊຊະນະ​ກ່ອນ ເພື່ອ​ວ່າ​ກຽດ​ທີ່​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ປະຊາຊົນ​ເຢຣູຊາເລັມ​ທີ່​ຈະ​ໄດ້​ຮັບ​ນັ້ນ ຈະ​ບໍ່​ເໜືອກວ່າ​ປະຊາຊົນ​ສ່ວນ​ອື່ນໆ​ຂອງ​ຢູດາ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 12:7
20 Jak'a apnaqawi uñst'ayäwi  

ທີ່​ຈິງ​ແລ້ວ ພວກເຈົ້າ​ຂົ່ມ​ຂ້ອຍ​ເພື່ອ​ຍົກ​ພວກເຈົ້າ​ເອງ ໃຊ້​ຄວາມ​ທົນທຸກ​ທີ່​ຂ້ອຍ​ມີ ເປັນພິລຸດ​ຈັບ​ຜິດ​ຂ້ອຍ.


ຂໍ​ໃຫ້​ຄົນ​ສົມນໍ້າໜ້າ ທີ່​ເຫັນ​ຂ້ານ້ອຍ​ທົນທຸກ ພ່າຍແພ້​ແລະ​ສັບສົນ​ຢ່າງ​ໝົດສິ້ນ​ສາເຖີດ ຂໍ​ໃຫ້​ຄົນ​ທີ່​ອ້າງ​ວ່າ​ຕົນ​ດີ​ລື່ນ​ຂ້ານ້ອຍ ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ເຕັມທີ່​ດ້ວຍ.


ຂໍ​ຢ່າ​ໃຫ້​ສັດຕູ​ໄດ້​ສົມນໍ້າໜ້າ​ຂ້ານ້ອຍ​ເລີຍ ຍ້ອນ​ຄວາມ​ໂສກເສົ້າ​ເສຍໃຈ​ທີ່​ມີ​ຢູ່​ນັ້ນ ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມ​ລົ້ມລົງ​ຂອງ​ຂ້ານ້ອຍ​ນັ້ນ


ຖ້າ​ສັດຕູ​ຜູ້ໜຶ່ງ​ດູໝິ່ນ​ນິນທາ​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ອົດທົນ​ຕໍ່​ຄຳເວົ້າ​ນັ້ນ​ໄດ້ ຖ້າ​ຄູ່ແຂ່ງ​ຜູ້ໜຶ່ງ​ເວົ້າ​ອວດ​ໃສ່​ຂ້ອຍ​ກໍ​ຊ່າງ​ເຂົາ ຂ້ອຍ​ກໍ​ຫລົບຫລີກ​ຈາກ​ເຂົາ​ໄດ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ນີ້. ພຣະອົງ​ໄດ້​ວາງ​ແຜນການ​ນັ້ນ ເພື່ອ​ເຮັດ​ໃຫ້​ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ພວກເຂົາ​ສິ້ນສຸດ​ລົງ ແລະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຮັບກຽດ​ນັ້ນ​ສະຫງຽມ​ຈຽມຕົວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ສະນັ້ນ ພັນທະສັນຍາ​ຈຶ່ງ​ໄດ້​ຖືກ​ຍົກເລີກ​ໃນ​ມື້​ນັ້ນ. ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ຊື້​ແລະ​ຂາຍ​ແກະ ຕ່າງ​ກໍ​ຈ້ອງເບິ່ງ​ຂ້າພະເຈົ້າ​ແລະ​ພວກເຂົາ​ກໍໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ກ່າວ​ນັ້ນ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”


ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ​ກໍ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ອັນ​ໃດ​ວ່າ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ບໍ່ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມເຊື່ອ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka