ເຊກາຣີຢາ 12:6 - ພຣະຄຳພີສັກສິ6 ໃນເວລານັ້ນ ເຮົາຈະເຮັດໃຫ້ຕະກຸນຕ່າງໆໃນເຜົ່າຢູດາ ເປັນດັ່ງກອງໄຟຢູ່ໃນປ່າແລະຢູ່ຕາມທົ່ງນາທີ່ມີເຂົ້າສຸກເຕັມຢູ່ ເພາະພວກເຂົາຈະທຳລາຍຊົນຊາດທັງໝົດທີ່ຢູ່ອ້ອມແອ້ມນັ້ນ. ສ່ວນປະຊາຊົນເຢຣູຊາເລັມນັ້ນຈະຢູ່ໃນນະຄອນຢ່າງປອດໄພ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”