Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 12:5 - ພຣະຄຳພີສັກສິ

5 ແລ້ວ​ຕະກຸນ​ຕ່າງໆ​ຂອງ​ເຜົ່າຢູດາ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ​ໃຫ້​ກຳລັງ​ແກ່​ພວກເຂົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.’

Uka jalj uñjjattʼäta Copia luraña




ເຊກາຣີຢາ 12:5
28 Jak'a apnaqawi uñst'ayäwi  

ສັນລະເສີນ​ພຣະເຈົ້າຢາເວ ຜູ້​ຄຸ້ມຄອງ​ຂອງ​ຂ້ານ້ອຍ ພຣະອົງ​ຝຶກ​ຂ້ານ້ອຍ​ໃຫ້​ສູ້ຮົບ ແລະ​ຕຽມ​ຂ້ານ້ອຍ​ໃຫ້​ເຮັດ​ສົງຄາມ.


ພຣະອົງ​ຄື​ພຣະເຈົ້າ​ທີ່​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ ເປັນ​ຜູ້​ແປງ​ທາງ​ໃຫ້​ຂ້ານ້ອຍ​ເດີນໄປ​ຢ່າງ​ປອດໄພ​ໄດ້.


ພຣະອົງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ເພື່ອ​ສູ້ຮົບ ແລະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ຂາບລົງ​ຕໍ່ໜ້າ​ຂ້ານ້ອຍ.


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ນະຄອນ​ເຢຣູຊາເລັມ​ເອີຍ ບັນດາ​ຜູ້ປົກຄອງ​ແລະ​ຊາວ​ເມືອງ​ຂອງເຈົ້າ​ນັ້ນ ເປັນ​ດັ່ງ​ພວກ​ຜູ້ປົກຄອງ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ. ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແກ່​ພວກເຈົ້າ. ຈົ່ງ​ເອົາໃຈໃສ່​ຕໍ່​ກົດບັນຍັດ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ສັ່ງສອນ​ພວກເຈົ້າ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຜູ້ນຳ ແລະ​ທີ່ປຶກສາ ດັ່ງ​ພວກເຈົ້າ​ເຄີຍ​ມີ​ມາ​ຕັ້ງແຕ່​ດົນນານ. ແລ້ວ​ຄົນ​ກໍ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ ນະຄອນ​ທີ່​ຊອບທຳ​ແລະ​ສັດຊື່.”


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ດັ່ງ​ມົງກຸດ​ດອກໄມ້​ອັນ​ສະຫງ່າງາມ ສຳລັບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍັງ​ມີ​ຊີວິດ​ຢູ່.


ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ວັນ​ໜຶ່ງ​ຈະ​ມາ​ເຖິງ ຄື​ຈະ​ມີ​ກະສັດ​ຄົນ​ໜຶ່ງ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຊອບທຳ ແລະ​ຜູ້​ນຳພາ​ຊາດ​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ.


ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.


ເຮົາ​ຈະ​ນຳ​ເອົາ​ຄຳ​ມາ​ໃຫ້​ເຈົ້າ ແທນ​ທີ່​ຈະ​ແມ່ນ​ທອງສຳຣິດ ນຳ​ເອົາ​ເງິນ​ມາ​ໃຫ້ ແທນ​ທີ່​ຈະ​ແມ່ນ​ເຫຼັກ ເຮົາ​ຈະ​ນຳ​ເອົາ​ທອງສຳຣິດ ແທນ​ທີ່​ຈະ​ນຳ​ໄມ້​ມາ ນຳ​ເອົາ​ເຫຼັກ ແທນ​ທີ່​ຈະ​ນຳ​ຫີນ​ມາ​ໃຫ້. ພວກ​ຜູ້ປົກຄອງ​ຂອງ​ເຈົ້າ​ຈະ​ບໍ່​ກົດຂີ່​ເຈົ້າ​ອີກ​ຕໍ່ໄປ; ພວກເຂົາ​ຈະ​ປົກຄອງ​ຢ່າງ​ຍຸດຕິທຳ ແລະ​ມີ​ສັນຕິສຸກ​ລົ້ນ.


ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.


ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ພວກເຂົາ​ທຸກ​ໂຕ​ສະທ້ານ​ຢ້ານກົວ ແລະ​ທັງ​ຈະ​ເຮັດ​ໃຫ້​ຄົນ​ຂີ່​ມ້າ​ທຸກຄົນ​ເປັນ​ບ້າ. ເຮົາ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຢູດາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ມ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ຕາບອດ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.


ຈິດໃຈ​ຂອງຂ້ອຍ​ແມ່ນ​ຢູ່​ນຳ​ພວກ​ບັນຊາການ ທະຫານ​ແລະ​ປະຊາຊົນ​ອິດສະຣາເອນ​ພຸ້ນ ຄື​ພວກ​ທີ່​ອາສາ​ສະໝັກ​ສູ້ຮົບ​ດ້ວຍ​ຄວາມ​ຍິນດີ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະເຈົ້າຢາເວ​ເຖີດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka