ເຊກາຣີຢາ 12:4 - ພຣະຄຳພີສັກສິ4 ພຣະເຈົ້າຢາເວກ່າວວ່າ ໃນເວລານັ້ນ ເຮົາຈະເຮັດໃຫ້ມ້າຂອງພວກເຂົາທຸກໂຕສະທ້ານຢ້ານກົວ ແລະທັງຈະເຮັດໃຫ້ຄົນຂີ່ມ້າທຸກຄົນເປັນບ້າ. ເຮົາຈະເຝົ້າເບິ່ງແຍງປະຊາຊົນຢູດາ ແຕ່ເຮົາຈະເຮັດໃຫ້ບັນດາມ້າເຫຼົ່າສັດຕູຂອງພວກເຂົາຕາບອດ. Uka jalj uñjjattʼäta |
ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຟັງພວກຂ້ານ້ອຍ ໂຜດຫລຽວເບິ່ງພວກຂ້ານ້ອຍ ແລະໂຜດເບິ່ງຄວາມຍາກລຳບາກທີ່ພວກຂ້ານ້ອຍກຳລັງປະເຊີນຢູ່ ພ້ອມທັງຄວາມທົນທຸກໃນເມືອງທີ່ຮັບເອົານາມພຣະອົງດ້ວຍ. ພວກຂ້ານ້ອຍກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງມີຄວາມເມດຕາ.