ເຊກາຣີຢາ 12:3 - ພຣະຄຳພີສັກສິ3 ແຕ່ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຫີນໜັກກ້ອນໜຶ່ງ ຊົນຊາດໃດທີ່ພະຍາຍາມຍົກຫີນກ້ອນນີ້ຂຶ້ນກໍຈະໄດ້ຮັບບາດເຈັບ. ຊົນຊາດທັງໝົດຢູ່ໃນໂລກນີ້ ຈະໂຮມກຳລັງກັນໂຈມຕີນະຄອນນີ້. Uka jalj uñjjattʼäta |
ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.