Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 12:2 - ພຣະຄຳພີສັກສິ

2 “ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຈອກ​ເຫຼົ້າ​ອະງຸ່ນ; ບັນດາ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ດື່ມ​ຈົນ​ເມົາ​ແລະ​ຍ່າງ​ໂຊເຊ. ເມື່ອ​ພວກເຂົາ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ນັ້ນ ເມືອງ​ຕ່າງໆ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ຢູດາ ກໍ​ຈະ​ຖືກ​ປິດລ້ອມ​ເຊັ່ນດຽວ​ກັນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 12:2
15 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຖື​ຈອກ​ຢູ່​ໃນ​ມື​ຊຶ່ງ​ເຕັມ​ໄປ ດ້ວຍ​ເຫຼົ້າ​ອະງຸ່ນ​ປຸກ​ແຫ່ງ​ຄວາມ​ໂກດຮ້າຍ. ພຣະອົງ​ເທ​ເຫຼົ້າ​ນັ້ນ ແລະ​ຄົນຊົ່ວຮ້າຍ​ທັງຫລາຍ​ໄດ້​ດື່ມ​ທຸກຄົນ ພວກເຂົາ​ດື່ມ​ກັນ​ໝົດ​ຈົນ​ຢອດ​ສຸດທ້າຍ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ຈົ່ງ​ຕື່ນ​ຂຶ້ນ​ເອງ ແລະ​ລຸກ​ຂຶ້ນ​ສາ​ເຖີດ ເຈົ້າ​ມົວເມົາ​ດ້ວຍ​ຈອກ​ແຫ່ງ​ການ​ລົງໂທດ​ທັນ ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ເຈົ້າ​ດື່ມ​ຍ້ອນ​ຄວາມ​ໂກດຮ້າຍ; ເຈົ້າ​ໄດ້​ດື່ມ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊເຊ​ຍ່າງ​ໄປ​ບໍ່​ທຸ່ນທ່ຽງ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແມ່ນ​ຈອກ​ເຫຼົ້າ​ອະງຸ່ນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງເຮົາ. ຈົ່ງ​ເອົາ​ໄປ​ໃຫ້​ປະເທດ​ທັງໝົດ​ທີ່​ເຮົາ​ສົ່ງ​ເຈົ້າ​ໄປ​ນັ້ນ ແລະ​ໃຫ້​ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນີ້.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ພຣະເຈົ້າຢາເວ ມາ​ຍື່ນໃຫ້​ປະເທດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ຂ້າພະເຈົ້າ​ໄປ ແລະ​ໃຫ້​ພວກເຂົາ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ວ່າ​ຄົນ​ທີ່​ບໍ່​ສົມຄວນ​ໄດ້​ຖືກ​ລົງໂທດ​ກໍ​ຕ້ອງ​ດື່ມ​ຈາກ​ຈອກ​ແຫ່ງ​ການຕັດສິນ; ພວກເຈົ້າ​ຄິດວ່າ​ຈະ​ໄປ​ໂດຍ​ບໍ່​ຖືກ​ລົງໂທດ​ຊັ້ນບໍ? ບໍ່ແມ່ນ​ດອກ ພວກເຈົ້າ​ຕ້ອງ​ດື່ມ​ຈາກ​ຈອກ​ນັ້ນ


ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້​ປົກຄອງ​ມືນເມົາ ຄື​ນັກປາດ, ພວກ​ເຈົ້ານາຍ ແລະ​ທະຫານ​ດ້ວຍ. ພວກເຂົາ​ຈະ​ໄປ​ນອນ​ແລະ​ຈະ​ບໍ່​ຕື່ນ​ຂຶ້ນ​ຈັກເທື່ອ.” ກະສັດ​ຜູ້​ມີ​ນາມວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ບາບີໂລນ​ເປັນ​ດັ່ງ​ຈອກຄຳ​ໃນ​ກຳມື​ຂອງ​ພຣະເຈົ້າຢາເວ ໂດຍ​ເຮັດ​ໃຫ້​ທັງໂລກ​ຕ້ອງ​ມືນເມົາ. ບັນດາ​ຊົນຊາດ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ ແລ້ວ​ກໍ​ໝົດ​ສະຕິ​ໄປ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ.


ພວກ​ຜູ້ຊາຍ​ຊາວ​ຢູດາ​ຈະ​ຕໍ່ສູ້​ເພື່ອ​ປ້ອງກັນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ປຸ້ນ​ເອົາ​ຊັບສົມບັດ​ຂອງ​ບັນດາ​ຊົນຊາດ​ທັງໝົດ​ເຊັ່ນ: ຄຳ, ເງິນ, ທັງ​ເຄື່ອງນຸ່ງຫົ່ມ​ເປັນ​ຈຳນວນ​ຫລວງຫລາຍ.


ແລະ​ເຮົາ​ຈະ​ນຳ​ຊົນຊາດ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເພື່ອ​ເຮັດ​ເສິກ​ຕໍ່ສູ້​ກັບ​ນະຄອນ​ເຢຣູຊາເລັມ. ນະຄອນ​ຈະ​ຖືກ​ຢຶດ, ເຮືອນ​ຈະ​ຖືກ​ປຸ້ນ ແລະ​ພວກ​ແມ່ຍິງ​ກໍ​ຈະ​ຖືກ​ຂົ່ມຂືນ. ປະຊາຊົນ​ເຄິ່ງ​ນະຄອນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ແຕ່​ປະຊາຊົນ​ເຄິ່ງ​ໜຶ່ງ​ຈະ​ມີ​ເຫຼືອ​ຢູ່​ໃນ​ນະຄອນ.


ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.


ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.


ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ ຂອງ​ມັນ​ເປັນ​ສອງ​ເທົ່າ. ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້ ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka