Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 12:11 - ພຣະຄຳພີສັກສິ

11 ໃນ​ເວລາ​ນັ້ນ ການ​ໄວ້ທຸກ​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ໜັກ​ຫລາຍ ເທົ່າ​ກັບ​ການ​ໄວ້ທຸກ​ໃຫ້​ແກ່​ຮາດັດຣິມໂມນ ຢູ່​ໃນ​ທົ່ງພຽງ​ຂອງ​ເມກິດໂດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 12:11
7 Jak'a apnaqawi uñst'ayäwi  

ໃນ​ລະຫວ່າງ​ທີ່​ກະສັດ​ໂຢສີຢາ​ໄດ້​ເປັນ​ກະສັດ​ຢູ່​ນັ້ນ; ກະສັດ​ເນໂກ ແຫ່ງ​ປະເທດ​ເອຢິບ​ໄດ້​ຍົກທັບ​ໄປ​ສູ່​ແມ່ນໍ້າ​ເອີຟຣັດ ເພື່ອ​ຊ່ວຍ​ກະສັດ​ແຫ່ງ​ອັດຊີເຣຍ. ກະສັດ​ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ກອງທັບ​ແຫ່ງ​ເອຢິບ​ໄວ້​ທີ່​ເມກິດໂດ ແຕ່​ເພິ່ນ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.


ແຕ່​ໂຢສີຢາ​ຕັ້ງໃຈ​ທີ່​ຈະ​ສູ້ຮົບ. ເພິ່ນ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ກະສັດ​ເນໂກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ປອມຕົວ​ເຂົ້າ​ສູ້ຮົບ​ທີ່​ທົ່ງພຽງ​ຂອງ​ເມືອງ​ເມກິດໂດ.


ພວກເຂົາ​ອູ້ມ​ເພິ່ນ​ອອກ​ຈາກ​ລົດຮົບ​ຂອງ​ເພິ່ນ ໄປ​ໃສ່​ລົດຮົບ​ຄັນ​ທີ​ສອງ​ໃນ​ທີ່ນັ້ນ ແລະ​ນຳ​ເພິ່ນ​ກັບ​ເມືອ​ສູ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ໄດ້​ຕາຍ​ໃນ​ທີ່​ນີ້​ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ.


ແຕ່ລະ​ຄອບຄົວ​ໃນ​ດິນແດນ​ນັ້ນ​ຈະ​ພາກັນ​ໄວ້ທຸກ​ໂດຍ​ຕົນເອງ​ຄື: ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ, ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ນາທານ​ຕ່າງຫາກ ແລະ​ບັນດາ​ເມຍ​ຂອງ​ພວກເຂົາ​ກໍ​ຕ່າງຫາກ,


ເມື່ອນັ້ນ ໝາຍສຳຄັນ​ແຫ່ງ​ບຸດ​ມະນຸດ​ກໍ​ຈະ​ປາກົດ​ຂຶ້ນ​ໃນ​ທ້ອງຟ້າ ແລະ​ມະນຸດ​ທຸກ​ຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້​ຄໍ່າຄວນ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ມາ​ເທິງ​ເມກ​ໃນ​ສະຫວັນ​ດ້ວຍ​ຣິດທານຸພາບ ແລະ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka