ເຊກາຣີຢາ 11:8 - ພຣະຄຳພີສັກສິ8 ຂ້າພະເຈົ້າໝົດຄວາມອົດທົນກັບຄົນລ້ຽງແກະອື່ນສາມຄົນ ທີ່ກຽດຊັງຂ້າພະເຈົ້າ; ພຽງເດືອນດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ກຳຈັດພວກເຂົາທັງໝົດ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້.
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.