Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 11:6 - ພຣະຄຳພີສັກສິ

6 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເມດຕາ​ຜູ້ໃດ​ເລີຍ​ໃນ​ແຜ່ນດິນ​ໂລກ​ນີ້. ເຮົາເອງ​ຈະ​ເປັນ​ຜູ້​ມອບ​ປະຊາຊົນ​ທຸກຄົນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ປົກຄອງ​ພວກເຂົາ. ນັກ​ປົກຄອງ​ເຫຼົ່ານີ້​ຈະ​ລ້າງຜານ​ແຜ່ນດິນ​ໂລກ ແລະ​ເຮົາ​ຈະ​ບໍ່​ຊ່ວຍ​ຜູ້ໃດ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຂົາ​ເລີຍ.”)

Uka jalj uñjjattʼäta Copia luraña




ເຊກາຣີຢາ 11:6
37 Jak'a apnaqawi uñst'ayäwi  

ຈົ່ງ​ພິຈາລະນາ​ເຖິງ​ເລື່ອງນີ້​ໃຫ້​ດີ​ຜູ້​ທີ່​ມັກ​ລືມ​ພຣະເຈົ້າ​ເອີຍ ຖ້າບໍ່​ດັ່ງນັ້ນ​ແລ້ວ ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ໄດ້.


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ທຸກຄົນ​ຈະ​ເອົາລັດ​ເອົາປຽບ​ຊຶ່ງກັນແລະກັນ. ຄົນໜຸ່ມ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ພວກ​ຜູ້​ອາວຸໂສ ແລະ​ຄົນຊົ່ວ​ຈະ​ບໍ່​ໃຫ້​ຄວາມນັບຖື​ແກ່​ຜູ້ມີກຽດ.


ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


ບໍ່​ວ່າ​ຄົນໜຸ່ມ​ຫລື​ຄົນ​ເຖົ້າ​ກໍ​ລົ້ມ​ລົງ​ຕາມ​ຫົນທາງ ຊາຍໜຸ່ມ​ຍິງສາວ​ກໍ​ຖືກ​ສັດຕູ​ຂ້າ​ດ້ວຍ​ດາບ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ ພຣະອົງ​ໄດ້​ຂ້າ​ພວກເຂົາ ເປັນ​ການ​ຂ້າໝູ່​ໂດຍ​ບໍ່​ເມດຕາ​ສົງສານ.


ພວກ​ຂ້ານ້ອຍ​ຖືກ​ປົກຄອງ​ໂດຍ​ຄົນຊົ່ວ ຄື​ພວກ​ທີ່​ບໍ່​ດີກວ່າ​ທາດຮັບໃຊ້​ທັງຫລາຍ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ ຈາກ​ອຳນາດ​ຂອງ​ພວກເຂົາ​ໄດ້.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ແຕ່​ເຮົາ​ຈະ​ບໍ່​ເມດຕາ​ພວກເຂົາ; ເຮົາ​ຈະ​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຄົນອື່ນໆ.”


ຕໍ່ມາ ນາງ​ໂກເມ​ໄດ້​ຖືພາ​ອີກ; ຄາວ​ນີ້​ນາງ​ໄດ້​ລູກ​ເປັນ​ແມ່ຍິງ. ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ແກ່​ໂຮເສອາ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ນາງ​ວ່າ, ‘ຂາດ​ຮັກ’ ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມຮັກ ຫລື​ອະໄພ​ໃຫ້​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ.


ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຕໍ່ໜ້າ​ຄົນຮັກ​ຂອງ​ນາງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງເຮົາ​ໄດ້.


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ.


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫັກ​ໄມ້​ທ່ອນ​ທີ​ສອງ​ທີ່​ມື​ຊື່​ວ່າ, “ນໍ້າໜຶ່ງໃຈດຽວ” ຄວາມເປັນ​ນໍ້າໜຶ່ງໃຈ​ດຽວກັນ​ຂອງ​ຢູດາ​ແລະ​ຂອງ​ອິດສະຣາເອນ​ກໍ​ຫັກ​ສະບັ້ນ​ລົງ.


ບັນດາ​ເຈົ້າຂອງ​ໄດ້​ຂ້າ​ແກະ​ເຫຼົ່ານັ້ນ ແລະ​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ. ພວກເຂົາ​ຂາຍ​ຊີ້ນ ແລະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າຢາເວ ພວກເຮົາ​ຕ່າງ​ກໍ​ຮັ່ງມີ’ ແມ່ນແຕ່​ຜູ້ລ້ຽງແກະ​ເອງ​ກໍ​ຍັງ​ບໍ່​ເມດຕາ​ສົງສານ​ຝູງແກະ​ນັ້ນ.” (


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຝູງແກະ​ວ່າ, “ຂ້າພະເຈົ້າ​ຈະ​ບໍ່​ເປັນ​ຜູ້ລ້ຽງ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ. ພວກ​ທີ່​ຕາຍ​ກໍ​ໃຫ້​ຕາຍໄປ. ພວກ​ທີ່​ຖືກ​ທຳລາຍ​ກໍ​ໃຫ້​ຖືກ​ທຳລາຍ​ໄປ. ພວກ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ທຳລາຍ​ກັນ​ເອງ.”


ໃນ​ວັນນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ໃຫຍ່ ແລະ​ຢ້ານກົວ ຈົນ​ວ່າ​ຈະ​ໂຈມຕີ​ແລະ​ຈັບກຸມ​ຄົນ​ທີ່​ຢູ່​ໃກ້ຄຽງ​ຕົນ.


ກ່ອນ​ເວລາ​ນັ້ນ ບໍ່ມີ​ຜູ້ໃດ​ສາມາດ​ຈ້າງ​ຄ່າ​ແຮງງານ​ຂອງ​ຄົນ​ກັບ​ສັດ ແລະ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ປອດໄພ​ຈາກ​ເຫຼົ່າ​ສັດຕູ​ຂອງຕົນ​ໄດ້. ເຮົາ​ໄດ້​ບັນດານ​ໃຫ້​ຄົນ​ທັງຫລາຍ​ຕໍ່ສູ້​ຊຶ່ງ​ກັນແລະກັນ.


ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”


“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.


ກະສັດ​ໂກດຮ້າຍ​ຫລາຍ, ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ກອງ​ທະຫານ​ຂອງຕົນ​ອອກ​ໄປ​ຂ້າ​ຄາດຕະກອນ​ພວກ​ນັ້ນ ແລະ​ຈູດ​ເມືອງ​ຂອງ​ພວກເຂົາ.


ໃນ​ເວລາ​ນັ້ນ ຫລາຍ​ຄົນ​ຈະ​ປະຖິ້ມ​ຄວາມເຊື່ອ​ຂອງຕົນ, ຈະ​ຫັກ​ຫລັງ​ກັນແລະກັນ ຈະ​ກຽດຊັງ​ຊຶ່ງກັນແລະກັນ.


ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”


ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka