Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 11:2 - ພຣະຄຳພີສັກສິ

2 ຈົ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ​ເຖີດ ຕົ້ນ​ແປກເທດ​ເອີຍ ເພາະ​ຕົ້ນແປກ​ທັງຫລາຍ​ໄດ້​ລົ້ມລົງ​ເສຍ​ແລ້ວ; ຄື​ຕົ້ນໄມ້​ຕ່າງໆ​ທີ່​ມີ​ກຽດ​ເຫຼົ່ານັ້ນ​ນາ ຕ່າງ​ກໍ​ຖືກ​ທຳລາຍ​ລົງ​ຢ່າງ​ໝົດສິ້ນ​ເສຍແລ້ວ ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ເຖີດ ຕົ້ນ​ໂອກ​ແຫ່ງ​ບາຊານ​ເອີຍ ເພາະ​ປ່າ​ທີ່​ເຕັມ​ໄປ​ດ້ວຍ​ໄມ້​ກໍ​ຖືກ​ປໍ້າ​ລົງ​ເສຍ​ແລ້ວ

Uka jalj uñjjattʼäta Copia luraña




ເຊກາຣີຢາ 11:2
12 Jak'a apnaqawi uñst'ayäwi  

“ມະນຸດ​ເອີຍ ເບິ່ງ​ໄປ​ທາງໃຕ້​ພຸ້ນ​ແມ.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ພວກມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ຮ່ວມ​ກັບ​ພວກ​ທີ່​ໄດ້​ລົ້ມລົງ. ແລ້ວ​ທຸກຄົນ​ທີ່​ອາໄສ​ຢູ່​ໃຕ້​ຮົ່ມ​ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.


ຄວາມ​ທຸກ​ລຳບາກ​ໃຫຍ່​ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສະໜຸກ​ສະບາຍ​ໃນ​ນະຄອນ​ຊີໂອນ ແລະ​ຜູ້​ທີ່​ຢູ່​ຢ່າງ​ປອດໄພ​ໃນ​ນະຄອນ​ຊາມາເຣຍ ຄື​ບັນດາ​ເຈົ້ານາຍ​ຜູ້​ໃຫຍ່​ແຫ່ງ​ຊົນຊາດ​ອິດສະຣາເອນ ຜູ້​ທີ່​ປະຊາຊົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ນັ້ນ


ຈົ່ງ​ໄຂ​ປະຕູ​ເມືອງ​ຂອງ​ເຈົ້າ​ອອກ ເລບານອນ​ເອີຍ ເພື່ອ​ວ່າ​ໄຟ​ຈະ​ໄດ້​ໄໝ້​ບັນດາ​ຕົ້ນແປກ​ຂອງເຈົ້າ


ບັນດາ​ນັກ​ປົກຄອງ​ຄວນຄາງ​ຢ່າງ​ທຸກ​ລະທົມ​ໃຈ ເພາະ​ກຽດສັກສີ​ຂອງ​ພວກເຂົາ​ສູນສິ້ນ​ໄປ​ເສຍແລ້ວ ຈົ່ງ​ຟັງ​ສຽງ​ຄຳຣາມ​ຮ້ອງ​ຂອງ​ຝູງ​ສິງໜຸ່ມ ປ່າ​ທີ່​ມັນ​ຢູ່​ຕາມ​ແມ່ນໍ້າ​ຈໍແດນ​ໄດ້​ຖືກ​ທຳລາຍ​ລົງ.


ດ້ວຍວ່າ, ໃນ​ເມື່ອ​ພວກເຂົາ​ເຮັດ​ເຊັ່ນນີ້​ກັບ​ໄມ້​ທີ່​ຍັງ​ດິບ ພວກເຂົາ​ຈະ​ເຮັດ​ຢ່າງ​ໃດ​ກັບ​ໄມ້​ທີ່​ແຫ້ງ​ແລ້ວ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka