ເຊກາຣີຢາ 11:16 - ພຣະຄຳພີສັກສິ16 ເຮົາໄດ້ໃຫ້ຄົນລ້ຽງແກະຜູ້ໜຶ່ງເບິ່ງແຍງຝູງແກະຂອງເຮົາ ແຕ່ລາວບໍ່ໄດ້ຊ່ວຍແກະທີ່ກຳລັງຈະຈິບຫາຍໄປ; ລາວບໍ່ໄດ້ຊອກຫາໂຕທີ່ເສຍໄປ ຫລືປິ່ນປົວໂຕທີ່ຖືກບາດເຈັບ ຫລືລ້ຽງດູໂຕທີ່ລອດຊີວິດຢູ່, ແຕ່ລາວກັບກິນຊີ້ນຂອງແກະໂຕທີ່ຕຸ້ຍພີ ແລະຈີກກີບຕິນຂອງມັນອອກເສຍ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າປະກາດວ່າ, ເຮົາເປັນສັດຕູຂອງພວກເຈົ້າ. ເຮົາຈະເອົາຝູງແກະຂອງເຮົາໜີໄປຈາກພວກເຈົ້າ ແລະຈະບໍ່ຍອມໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາອີກຈັກເທື່ອ; ເຮົາຈະບໍ່ໃຫ້ພວກເຈົ້າລ້ຽງພວກເຈົ້າເອງອີກຕໍ່ໄປ. ເຮົາຈະຊ່ວຍກູ້ເອົາແກະຂອງເຮົາໜີໄປຈາກພວກເຈົ້າ ແລະບໍ່ໃຫ້ພວກເຈົ້າກິນພວກເຂົາອີກ.