Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 11:12 - ພຣະຄຳພີສັກສິ

12 ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ພວກທ່ານ​ເຫັນ​ວ່າ​ເປັນ​ການດີ ຈົ່ງ​ໃຫ້​ຄ່າຈ້າງ​ແກ່​ຂ້າພະເຈົ້າ​ເຖີດ, ແຕ່​ຖ້າ​ບໍ່​ເຫັນ​ເປັນ​ການດີ​ກໍຊ່າງເຖາະ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ເປັນ​ຄ່າຈ້າງ​ແກ່​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 11:12
16 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້​ຕົກລົງ​ຊື້​ທີ່ດິນ​ນັ້ນ​ນຳ​ເອຟະໂຣນ ໂດຍ​ຈ່າຍ​ເງິນ​ຈຳນວນ 400 ຫລຽນ ຊ້ອງໜ້າ​ຊາວ​ຮິດຕີ ຕາມ​ອັດຕາ​ເງິນ​ທີ່​ໃຊ້​ກັນ​ໃນ​ທ້ອງ​ຕະຫລາດ.


ແລະ​ເມື່ອ​ພໍ່ຄ້າ​ຊາວ​ມີດີອານ​ບາງຄົນ​ກາຍ​ມາ ພວກເຂົາ ກໍ​ດືງ​ເອົາ​ໂຢເຊັບ​ຂຶ້ນ​ມາ​ແຕ່​ນໍ້າສ້າງ ແລະ​ຂາຍ​ລາວ​ໃຫ້​ພໍ່ຄ້າ​ຊາວ​ອິດຊະມາເອນ​ເປັນ​ເງິນ 20 ຫລຽນ. ແລ້ວ​ພວກ​ພໍ່ຄ້າ​ເຫຼົ່ານີ້​ກໍ​ພາ​ໂຢເຊັບ​ໄປ​ປະເທດ​ເອຢິບ.


ມື້ໜຶ່ງ ກະສັດ​ອາຮາບ​ໄດ້​ກ່າວ​ຕໍ່​ນາໂບດ​ວ່າ, “ເອົາ​ສວນອະງຸ່ນ​ຂອງ​ເຈົ້າ​ໃຫ້​ເຮົາ​ສາ ເພາະ​ມັນ​ຕິດ​ກັບ​ວັງ​ຂອງເຮົາ ແລະ​ເຮົາ​ຈະ​ໃຊ້​ດິນ​ຕອນນີ້​ເຮັດ​ເປັນ​ສວນ​ຜັກ. ເຮົາ​ຈະ​ເອົາ​ສວນອະງຸ່ນ​ທີ່​ດີກວ່າ​ນີ້​ປ່ຽນ​ກັບ​ເຈົ້າ ຫລື​ຖ້າ​ເຈົ້າ​ຍິນດີ​ຂາຍ ເຮົາ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ​ໃນ​ລາຄາ​ທີ່​ດີ.”


ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ສົ່ງ​ຄົນ​ຂອງທ່ານ​ໄປ​ທີ່​ພູ​ເລບານອນ ເພື່ອ​ຕັດ​ຕົ້ນແປກ​ໃຫ້​ຂ້າພະເຈົ້າ​ດ້ວຍ. ຄົນ​ຂອງ​ຂ້າພະເຈົ້າ​ຈະ​ເຮັດ​ວຽກ​ກັບ​ພວກເຂົາ ແລະ​ຂ້າພະເຈົ້າ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ຕາມ​ທີ່​ທ່ານ​ຄິດ​ລາຄາ. ທ່ານ​ກໍ​ຮູ້​ດີ​ແລ້ວ​ວ່າ ຄົນ​ຂອງ​ຂ້າພະເຈົ້າ​ບໍ່​ຊ່າງ​ຕັດ​ໄມ້​ໄດ້​ດີ​ດັ່ງ​ຄົນ​ຂອງ​ທ່ານ.”


ກະສັດ​ແລະ​ປະຊາຊົນ​ຕ່າງ​ກໍ​ພໍໃຈ​ນຳ​ແຜນການ​ນີ້


ຖ້າ​ງົວເຖິກ​ຊົນ​ທາດຮັບໃຊ້​ຊາຍ​ຕາຍ ເຈົ້າຂອງ​ງົວ​ຕ້ອງ​ຈ່າຍ​ຄ່າ​ຫົວ​ໃຫ້​ແກ່​ນາຍ​ຂອງ​ທາດຮັບໃຊ້ ເປັນ​ເງິນ​ສາມສິບ​ຫລຽນ ແລະ​ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ເຖິງ​ຕາຍ.”


ຂ້າພະເຈົ້າ​ໄດ້​ຊື້​ນາ​ຈາກ​ຮານາເມນ ແລະ​ຊັ່ງ​ເງິນ​ຈຳນວນ​ສິບເຈັດ​ຫລຽນ​ຈ່າຍ​ໃຫ້​ລາວ.


ຜູ້ຊາຍ​ອາຍຸ​ແຕ່​ຊາວ​ປີ​ຫາ​ຫ້າສິບ​ປີ ເງິນ 50 ແທ່ງ, ແລະ​ສຳລັບ​ແມ່ຍິງ ເງິນ 30 ແທ່ງ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ແລະ​ຖາມ​ວ່າ, “ຖ້າ​ຂ້ານ້ອຍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກທ່ານ ພວກທ່ານ​ຈະ​ໃຫ້​ຂ້ານ້ອຍ​ຫລາຍ​ເທົ່າ​ໃດ?” ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ລາວ.


ແລະ ພວກເຂົາ​ໃຊ້​ເງິນ​ນັ້ນ​ເພື່ອ​ຊື້​ນາ​ຂອງ​ຊ່າງ​ປັ້ນໝໍ້ ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໄວ້.”


ເຫດການ​ນີ້ ກໍ​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ, “ພວກເຂົາ​ໄດ້​ເອົາ​ເງິນ​ສາມສິບ​ຫລຽນ ຊຶ່ງ​ເປັນ​ລາຄາ​ຜູ້​ທີ່​ພວກເຂົາ​ຄາດ​ລາຄາ​ໄວ້ ຄື​ປະຊາຊົນ​ອິດສະຣາເອນ​ໄດ້​ຕີ​ລາຄາ​ນັ້ນ


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka