Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 11:11 - ພຣະຄຳພີສັກສິ

11 ສະນັ້ນ ພັນທະສັນຍາ​ຈຶ່ງ​ໄດ້​ຖືກ​ຍົກເລີກ​ໃນ​ມື້​ນັ້ນ. ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ຊື້​ແລະ​ຂາຍ​ແກະ ຕ່າງ​ກໍ​ຈ້ອງເບິ່ງ​ຂ້າພະເຈົ້າ​ແລະ​ພວກເຂົາ​ກໍໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ກ່າວ​ນັ້ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 11:11
27 Jak'a apnaqawi uñst'ayäwi  

ໂດຍ​ບໍ່ນັບ​ລາຍໄດ້​ທີ່​ເກັບ​ພາສີ​ຈາກ​ພວກ​ພໍ່ຄ້າ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ຜູ້ປົກຄອງ​ເມືອງ​ຕ່າງໆ​ໃນ​ອິດສະຣາເອນ ໄດ້​ນຳ​ຄຳ​ແລະ​ເງິນ​ມາ​ມອບ​ໃຫ້​ເພິ່ນ​ຄືກັນ.


ພຣະເຈົ້າຢາເວ​ຮັບ​ຟັງ​ຜູ້ຂັດສົນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ແລະ​ບໍ່​ລືມໄລ​ປະຊາຊົນ​ຂອງ​ພຣະອົງ​ຢູ່​ໃນ​ຄຸກ.


ພວກເຮົາ​ຈະ​ຕ້ອງ​ຕອບ​ພວກ​ຜູ້ນຳຂ່າວ ທີ່​ມາ​ຈາກ​ຟີລິດສະຕິນ​ນັ້ນ​ຢ່າງໃດ? ພວກເຮົາ​ຈະ​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕັ້ງ​ພູເຂົາ​ຊີໂອນ​ຂຶ້ນ​ແລ້ວ ແລະ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທົນທຸກ​ຈະ​ໄດ້​ພົບ​ຄວາມ​ປອດໄພ​ໃນ​ທີ່ນັ້ນ.”


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.


ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.


ແຕ່​ຂ້າພະເຈົ້າ​ຈະ​ເຝົ້າ​ຄອງຄອຍ​ຫາ​ພຣະເຈົ້າຢາເວ; ຂ້າພະເຈົ້າ​ຈະ​ລໍຖ້າ​ພຣະເຈົ້າ ຜູ້​ຈະ​ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ ດ້ວຍ​ຄວາມ​ເຊື່ອໝັ້ນ​ຕາຍໃຈ. ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ຂ້າພະເຈົ້າ.


ເຮົາ​ຈະ​ປ່ອຍ​ປະຊາຊົນ​ໃຫ້​ຢູ່​ໃນ​ທີ່ນັ້ນ ຄື​ຜູ້​ຕໍ່າຕ້ອຍ​ແລະ​ຖ່ອມໃຈ​ລົງ ພວກເຂົາ​ຈະ​ສະແຫວງຫາ​ທີ່ລີ້ໄພ​ໃນ​ພຣະນາມ​ແຫ່ງ​ພຣະເຈົ້າຢາເວ.


ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້ ເພາະ​ປະຊາຊົນ​ທັງຫລາຍ​ໄດ້​ຕິດພັນ ແລະ​ຕັ້ງໃຈ​ຟັງ​ຄຳສັ່ງສອນ​ຂອງ​ພຣະອົງ.


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


ໃນ​ເວລາ​ນັ້ນ ນາງ​ກໍໄດ້​ເຂົ້າ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ເວົ້າ​ເຖິງ​ພຣະ​ກຸມມານ​ໃຫ້​ແກ່​ທຸກຄົນ ໃນ​ນະຄອນ​ເຢຣູຊາເລັມ​ຟັງ ຊຶ່ງ​ພວກເຂົາ​ກຳລັງ​ຄອຍ​ຖ້າ​ການ​ໄຖ່​ໃຫ້​ພົ້ນ​ນັ້ນ.


ເພິ່ນ​ຜູ້​ນີ້​ບໍ່ໄດ້​ເຫັນ​ດີ​ຕາມ​ມະຕິ ແລະ​ການ​ເຮັດ​ຂອງ​ພວກເຂົາ ເພິ່ນ​ເປັນ​ໄທ​ບ້ານ​ອາຣີມາທາຍ ຊຶ່ງ​ເປັນ​ບ້ານ​ຂອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ແລ້ວ​ພຣະອົງ​ກໍ​ຕອບ​ຄົນ​ທີ່​ໂຢຮັນ​ໃຊ້​ມາ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ບອກ​ໂຢຮັນ ຕາມ​ທີ່​ພວກເຈົ້າ​ໄດ້​ເຫັນ​ແລະ​ໄດ້ຍິນ ຄື​ວ່າ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້ ຄົນເປ້ຍ​ຍ່າງ​ໄດ້ ຜູ້​ທີ່​ທົນທຸກ​ດ້ວຍ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ​ມີ​ຊີວິດ ແລະ​ຂ່າວປະເສີດ​ກໍ​ປະກາດ​ແກ່​ຄົນ​ຍາກຈົນ.


ແລະ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ຄົນ​ຍັງ​ຈະ​ຮ້ອງເພງ​ນີ້​ຢູ່​ຕໍ່ໄປ ແລະ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງ​ຄວາມຈິງ​ຕໍ່ສູ້​ພວກເຂົາ. ແມ່ນແຕ່​ເວລາ​ນີ້ ກ່ອນ​ເຮົາ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ ເຮົາ​ກໍ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ​ແລ້ວ.”


ຂ້າພະເຈົ້າ​ຮູ້​ວ່າ​ຫລັງຈາກ​ຂ້າພະເຈົ້າ​ຕາຍໄປ​ແລ້ວ ປະຊາຊົນ​ຈະ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຂົາ. ໃນ​ພາຍຄັ້ງໜ້າ ພວກເຂົາ​ຈະ​ພົບ​ກັບ​ໄພພິບັດ ເພາະ​ພວກເຂົາ​ຈະ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ປະຕິບັດ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ຫ້າມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka