Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 11:1 - ພຣະຄຳພີສັກສິ

1 ຈົ່ງ​ໄຂ​ປະຕູ​ເມືອງ​ຂອງ​ເຈົ້າ​ອອກ ເລບານອນ​ເອີຍ ເພື່ອ​ວ່າ​ໄຟ​ຈະ​ໄດ້​ໄໝ້​ບັນດາ​ຕົ້ນແປກ​ຂອງເຈົ້າ

Uka jalj uñjjattʼäta Copia luraña




ເຊກາຣີຢາ 11:1
14 Jak'a apnaqawi uñst'ayäwi  

ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.


ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.


ພວກເຈົ້າ​ໄດ້​ປໍ້າ​ຕົ້ນໄມ້​ໃນ​ປ່າ​ເລບານອນ​ລົງ​ສັນໃດ ບັດນີ້ ພວກເຈົ້າ​ກໍ​ຈະ​ຖືກ​ປໍ້າ​ລົງ​ສັນນັ້ນ. ພວກເຈົ້າ​ໄດ້​ຂ້າ​ສັດ​ໃນ​ປ່າ​ສັນໃດ; ບັດນີ້ ສັດ​ທັງຫລາຍ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ​ສັນນັ້ນ. ເຫດການ​ນີ້​ຈະ​ເກີດຂຶ້ນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ບັດນີ້ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນພູ​ຕ່າງໆ ຫາ​ຊອກ​ໄມ້​ມາ​ສ້າງ​ວິຫານ​ຂຶ້ນ​ໃໝ່; ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ນຳ​ແລະ​ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ ສົມ​ກັບ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈາກ​ປະເທດ​ເອຢິບ ແລະ​ອັດຊີເຣຍ​ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ ແລະ​ໃຫ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ປະເທດ​ຂອງ​ພວກ​ເຂົາ. ເຮົາ​ຍັງ​ຈະ​ໃຫ້​ຕັ້ງ​ທີ່​ຢູ່​ໃນ​ກີເລອາດ ແລະ​ເລບານອນ ດິນແດນ​ທັງໝົດ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ປະຊາຊົນ​ທັງນັ້ນ.


ຈົ່ງ​ຮ້ອງໄຫ້​ແລະ​ໄວ້ທຸກ​ເຖີດ ຕົ້ນ​ແປກເທດ​ເອີຍ ເພາະ​ຕົ້ນແປກ​ທັງຫລາຍ​ໄດ້​ລົ້ມລົງ​ເສຍ​ແລ້ວ; ຄື​ຕົ້ນໄມ້​ຕ່າງໆ​ທີ່​ມີ​ກຽດ​ເຫຼົ່ານັ້ນ​ນາ ຕ່າງ​ກໍ​ຖືກ​ທຳລາຍ​ລົງ​ຢ່າງ​ໝົດສິ້ນ​ເສຍແລ້ວ ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ເຖີດ ຕົ້ນ​ໂອກ​ແຫ່ງ​ບາຊານ​ເອີຍ ເພາະ​ປ່າ​ທີ່​ເຕັມ​ໄປ​ດ້ວຍ​ໄມ້​ກໍ​ຖືກ​ປໍ້າ​ລົງ​ເສຍ​ແລ້ວ


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka