Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 10:8 - ພຣະຄຳພີສັກສິ

8 ເຮົາ​ຈະ​ເອີ້ນ​ເອົາ​ປະຊາຊົນ​ຂອງເຮົາ ແລະ​ທ້ອນໂຮມ​ພວກເຂົາ​ເຂົ້າ​ມາ​ຫາ​ກັນ​ໄວ້. ເຮົາ​ຈະ​ໄຖ່​ເອົາ​ພວກເຂົາ ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ຄື​ດັ່ງ​ແຕ່​ກ່ອນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 10:8
25 Jak'a apnaqawi uñst'ayäwi  

ປະຊາຊົນ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ​ມີ​ຈຳນວນ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ຝັ່ງ​ທະເລ; ພວກເຂົາ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ.


ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ຈົ່ງ​ອອກ​ໄປ​ຢ່າງ​ອິດສະຫລະ​ຈາກ​ນະຄອນ​ບາບີໂລນ ຈົ່ງ​ປະກາດ​ຂ່າວ​ດີ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ. ຈົ່ງ​ບອກ​ທຸກໆ​ບ່ອນ​ໃຫ້​ຮູ້​ແລະ​ໄດ້ຍິນ​ວ່າ, “ພຣະເຈົ້າຢາເວ​ໄດ້​ໄຖ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ.”


ພຣະອົງ​ເຮັດ​ສັນຍາ​ເອີ້ນ​ເອົາ​ຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ. ພຣະອົງ​ຖິວ​ເອົາ​ພວກເຂົາ​ມາ​ແຕ່​ທີ່ສຸດປາຍ​ແຜ່ນດິນ​ໂລກ. ພວກເຂົາ​ມາ​ຢ່າງ​ວ່ອງໄວ​ໂດຍ​ບໍ່​ຊັກຊ້າ


ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ຖິວ​ປາກ​ເປັນ​ສັນຍານ ເອີ້ນ​ເອົາ​ຄົນ​ເອຢິບ​ມາ​ດັ່ງ​ຝູງ​ແມງໄມ້​ຈາກ​ຕົ້ນ​ກຳເນີດ​ຂອງ​ແມ່ນໍ້ານິນ ແລະ​ຖິວ​ປາກ​ເອົາ​ຄົນ​ອັດຊີເຣຍ​ມາ​ດັ່ງ​ຝູງ​ໂຕ​ເຜິ້ງ​ຈາກ​ປະເທດ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ມາ​ຢູ່​ເຕັມ​ຮ່ອມພູ, ໃນ​ຖໍ້າ​ແລະ​ຕາມ​ໂງ່ນຫີນ, ທັງ​ຈະ​ປົກຄຸມ​ຢູ່​ຕາມ​ພຸ່ມໄມ້​ແລະ​ທົ່ງຫຍ້າ​ດ້ວຍ.


ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ເພາະ​ພັນທະສັນຍາ​ທີ່​ເຮົາ​ມີ​ໄວ້​ກັບ​ພວກເຈົ້າ ທີ່​ຖືກ​ປະທັບຕາ​ໂດຍ​ເລືອດ​ສຳລັບ​ຖວາຍບູຊາ​ນັ້ນ ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ເສລີ ເປັນ​ອິດສະຫລະ​ຈາກ​ທີ່​ຄຸມຂັງ​ໃນ​ຫລຸມເລີກ​ທີ່​ບໍ່ມີ​ນໍ້າ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka