Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 10:7 - ພຣະຄຳພີສັກສິ

7 ປະຊາຊົນ​ອິດສະຣາເອນ​ຈະ​ເຂັ້ມແຂງ​ດັ່ງ​ນັກຮົບ ສົດຊື່ນ​ດັ່ງ​ຄົນ​ທີ່​ກຳລັງ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ. ເຊື້ອສາຍ​ຂອງ​ພວກ​ເຂົາ​ຈະ​ຈົດຈຳ​ໄຊຊະນະ​ນີ້ ແລະ​ຈະ​ປິຕິ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 10:7
31 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ຄົນ​ຮັບໃຊ້​ເລີ່ມ​ຢາຍ​ອາຫານ​ຕັ້ງແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເບັນຢາມິນ​ໄດ້​ຮັບ​ອາຫານ​ຫລາຍກວ່າ​ຜູ້​ອື່ນ​ຫ້າ​ເທົ່າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ໂຢເຊັບ​ຢ່າງ​ມ່ວນຊື່ນ​ເບີກບານ.


ລູກຫລານ​ຂອງ​ພວກ​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ຢ່າງ​ປອດໄພ ເຊື້ອສາຍ​ຈະ​ປອດໄພ​ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນໝັ້ນ​ຄົງ​ຂອງ​ພຣະອົງ ແລະ​ຊື່ນຊົມ​ຍິນດີ​ໃນ​ການ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ເປັນ​ໂລ້​ຕ້ານທານ​ຂອງ​ຂ້ານ້ອຍ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ. ພຣະອົງ​ຊ່ວຍເຫລືອ​ຂ້ານ້ອຍ​ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຊົມຊື່ນ​ຍິນດີ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ບົດເພງ​ອັນ​ອອນຊອນ.


ເພາະ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຍິນດີ ແລະ​ໄວ້ວາງໃຈ​ໃນ​ນາມ​ບໍຣິສຸດ​ຂອງ​ພຣະອົງ.


ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຄື​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂໍ​ຊົງ​ໂຜດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ເໝືອນກັນ ໃນ​ຣິດທານຸພາບ​ຂອງ​ພຣະອົງ​ນັ້ນ.


ໃນວັນ​ນັ້ນ ພວກເຂົາ​ກໍ​ຈະ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ສະນັ້ນ ພຣະອົງ​ຈຶ່ງ​ຊ່ວຍ​ເອົາ​ພວກ​ຂ້ານ້ອຍ​ໄວ້. ພຣະອົງ​ແມ່ນ​ພຣະເຈົ້າຢາເວ ອົງທີ່​ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ພວກ​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ແລະ​ມີ​ຄວາມສຸກ​ຫລາຍ ໃນ​ການຊ່ວຍ​ໃຫ້ພົ້ນ​ຂອງ​ພຣະອົງ.”


ແມ່ນ​ຜູ້​ທີ່​ມີ​ຊີວິດ​ຢູ່​ເທົ່ານັ້ນ​ທີ່​ສັນລະເສີນ​ພຣະອົງ ດັ່ງ​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະອົງ​ຢູ່​ດຽວນີ້. ດັ່ງ​ພໍ່​ແມ່​ບອກສອນ​ພວກ​ລູກໆ​ຂອງຕົນ ເຖິງ​ຄວາມສັດຊື່​ຂອງ​ພຣະອົງ​ໃຫ້​ເຂົາ​ໄດ້​ຮູ້.


ສ່ວນ​ປະຊາຊົນ​ຂອງ​ເຈົ້າ​ເຮົາ​ຈະ​ສັ່ງສອນ​ພວກເຂົາ​ໂດຍ​ພຣະເຈົ້າຢາເວ ຈະ​ໃຫ້​ມີ​ສັນຕິສຸກ​ແລະ​ໃຫ້​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ຈະ​ເບີກບານ​ໃຈ; ແລະ​ສິ່ງນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ສຸຂະພາບ​ດີ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ຊ່ວຍເຫຼືອ​ພວກ​ທີ່​ຮັບໃຊ້​ເຮົາ ແລະ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງເຮົາ.”


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງເຮົາ ຄື​ດິນແດນ​ບ່ອນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່. ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຕະຫລອດໄປ ແລະ​ລູກ​ຂອງ​ພວກເຂົາ​ຕະຫລອດ​ທັງ​ເຊື້ອສາຍ​ທຸກຄົນ​ກໍ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ດ້ວຍ. ຜູ້ຮັບໃຊ້​ຂອງເຮົາ​ດັ່ງ​ດາວິດ​ຈະ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ຕະຫລອດໄປ.


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ໂອ ລູກ​ສາວ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ຮ້ອງລຳ​ທຳເພງ​ເຖີດ ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຮ້ອງ​ດັງໆ ໂອ ລູກ​ສາວ​ເຢຣູຊາເລັມ​ເອີຍ ຈົ່ງ​ຍິນດີ​ດ້ວຍ​ສຸດ​ຫົວໃຈ​ຂອງເຈົ້າ​ເຖີດ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ ປະຊາຊົນ​ຂອງ​ພຣະອົງ ພວກເຂົາ​ຈະ​ທຳລາຍ​ສັດຕູ​ໃຫ້​ກ້ຽງ. ພວກເຂົາ​ຈະ​ຮ້ອງໂຮ​ໃນ​ສະໜາມຮົບ​ດັ່ງ​ຄົນ​ມືນເມົາ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ເລືອດ​ໄຫລຫລັ່ງ​ຍ້ອຍ; ມັນ​ຈະ​ໄຫລຫລັ່ງ​ຍ້ອຍ​ດັ່ງ​ເລືອດ​ທີ່​ຈະ​ນຳ​ໄປ​ຖວາຍ ຖອກ​ໃສ່​ແທ່ນບູຊາ ຈາກ​ຖ້ວຍ​ໃບ​ໜຶ່ງ.


ດິນແດນ​ນັ້ນ​ຈະ​ງາມ​ແລະ​ອຸດົມສົມບູນ​ຍິ່ງ ຄົນໜຸ່ມ​ຈະ​ເຂັ້ມແຂງ​ດ້ວຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ.


ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ ໄດ້​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົ້ນ


ພວກເຈົ້າ​ກໍ​ເໝືອນກັນ​ນັ້ນ​ແຫຼະ ໃນ​ເວລາ​ນີ້​ພວກເຈົ້າ​ໂສກເສົ້າ ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ​ພວກເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມ​ລົ້ນ ເປັນ​ຄວາມ​ຍິນດີ​ທີ່​ບໍ່ມີ​ຜູ້ໃດ​ເອົາ​ໄປ​ຈາກ​ພວກເຈົ້າ​ໄດ້.


ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະສັນຍາ​ນັ້ນ​ສຳເລັດ​ແລ້ວ, ສຳລັບ​ພວກເຮົາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ພວກເພິ່ນ ໂດຍ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ ບົດ​ທີ​ສອງ​ວ່າ, ‘ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ວັນ​ນີ້ ເຮົາ​ໄດ້​ໃຫ້​ກຳເນີດ​ເຈົ້າ.’


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ ຄວາມ​ປິຕິ​ຍິນດີ ເມື່ອ​ຂ້ານ້ອຍ​ເວົ້າຈາ ແລະ​ລິ້ນ​ຂອງ​ຂ້ານ້ອຍ​ຈຶ່ງ​ຮ້ອງ​ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ. ສຳລັບ​ຂ້ານ້ອຍ​ແລ້ວ ເນື້ອກາຍ​ຂອງ​ຂ້ານ້ອຍ ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ພັນທະສັນຍາ​ ຂອງ​ພຣະເຈົ້າ


ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.


ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.


ນາງ​ຮັນນາ​ພາວັນນາ​ອະທິຖານ​ວ່າ, “ພຣະເຈົ້າຢາເວ​ເຮັດ​ໃຫ້​ຈິດໃຈ​ຂ້ານ້ອຍ ເຕັມລົ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ໃຫຍ່; ຂ້ານ້ອຍ​ດີໃຈ​ຫລາຍ ຍ້ອນ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຫົວ​ເຍາະເຍີ້ຍ​ໃສ່​ເຫຼົ່າ​ສັດຕູ ເພາະ​ພຣະອົງ​ຊ່ວຍຊູ ຈຶ່ງ​ຊື່ນຊົມ​ຍິນດີ​ລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka