Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 10:5 - ພຣະຄຳພີສັກສິ

5 ປະຊາຊົນ​ຢູດາ​ຈະ​ມີ​ໄຊຊະນະ​ດັ່ງ​ທະຫານ​ທີ່​ຢຽບຢໍ່າ​ເຫຼົ່າ​ສັດຕູ​ລົງ​ໃນ​ຂີ້ຕົມ ຕາມ​ທ້ອງ​ຖະໜົນ​ຫົນທາງ. ພວກເຂົາ​ຈະ​ຕໍ່ສູ້​ເຫຼົ່າ​ສັດຕູ ເພາະ​ພຣະເຈົ້າຢາເວ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ຈະ​ເອົາ​ຊະນະ​ແມ່ນແຕ່​ກອງ​ທະຫານ​ມ້າ​ຂອງ​ເຫຼົ່າ​ສັດຕູ​ດ້ວຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 10:5
40 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ໝົດ ຂ້ານ້ອຍ​ຢຽບ​ພວກເຂົາ​ຄື​ຢຽບ​ຂີ້ຕົມ​ຕາມ​ທາງຍ່າງ.


ແລ້ວ​ແຜ່ນດິນ​ໂລກ​ກໍ​ສະທ້ານ​ຫວັ່ນໄຫວ ຮາກຖານ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ທັງ​ສັ່ນ​ໄປມາ ເພາະ​ພຣະອົງ​ຊົງ​ໂກດຮ້າຍ​ໃຫຍ່


ລາວ​ຈຶ່ງ​ຮ້ອງ​ບອກ​ພວກເຂົາ​ວ່າ, “ໂຍນ​ນາງ​ລົງ​ມາ​ນີ້”. ພວກເຂົາ​ໄດ້​ໂຍນ​ນາງ​ລົງ ແລະ​ເລືອດ​ນາງ​ໄດ້​ຟົ້ງ​ຖືກ​ຝາ​ແລະ​ຖືກ​ຝູງມ້າ. ເຢຮູ​ຂັບ​ລົດມ້າ​ຂອງຕົນ​ຢຽບ​ຊາກສົບ​ຂອງ​ນາງ


ຂ້ານ້ອຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ໃຫ້​ໝົດ ເປັນ​ດັ່ງ​ຂີ້ຝຸ່ນ​ຊຶ່ງ​ຖືກ​ລົມ​ພັດ​ປິວ​ໄປສິ້ນ. ຂ້ານ້ອຍ​ໄດ້​ຢຽບ​ພວກເຂົາ ເໝືອນ​ຢຽບ​ຂີ້ຕົມ​ໃນ​ຫົນທາງ​ຍ່າງ.


ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ​ຂອງ​ພວກຕົນ ຄົນອື່ນ​ໄວ້ວາງໃຈ​ໃນ​ມ້າ​ຮົບ​ຂອງ​ເຂົາເຈົ້າ ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ພຣະນາມ ແຫ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ກະສັດ​ບໍ່​ຫ່ອນ​ຊະນະ​ຍ້ອນ​ອຳນາດ​ທາງ​ທະຫານ ທະຫານ​ບໍ່​ຫ່ອນ​ຊະນະ​ຍ້ອນ​ເຫື່ອແຮງ​ຕົນ​ໄດ້.


ເຫຼົ່າ​ສັດຕູ​ໄດ້​ພ່າຍແພ້​ດ້ວຍ​ອຳນາດ​ຂອງ​ພຣະອົງ ຂ້ານ້ອຍ​ບໍ່ໄດ້​ໄວ້ວາງໃຈ​ໃນ​ໜ້າທະນູ​ຫລື​ດາບ


ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພຣະເຈົ້າຢາເວ​ຈະ​ປົກປ້ອງ​ພູເຂົາ​ຊີໂອນ; ແຕ່​ປະຊາຊົນ​ຊາວ​ໂມອາບ​ຈະ​ຖືກ​ຢຽບຢໍ່າ​ລົງ ເໝືອນກັນ​ກັບ​ຄົນ​ຢຽບຢໍ່າ​ເຟືອງ​ເພື່ອ​ເຮັດ​ຝຸ່ນ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ໄປ​ຂໍ​ໃຫ້​ເອຢິບ​ຊ່ວຍເຫລືອ. ພວກເຂົາ​ເພິ່ງພາ​ອາໄສ​ກຳລັງ​ທາງ​ທະຫານ​ອັນ​ເຂັ້ມແຂງ​ຂອງ​ເອຢິບ​ຄື: ຝູງມ້າ, ລົດຮົບ ແລະ​ທະຫານ, ແຕ່​ພວກເຂົາ​ບໍ່ໄດ້​ເພິ່ງພາ​ອາໄສ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຫລື​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ພວກເຂົາ​ຈະ​ສາບສູນ​ຈາກ​ແຜ່ນດິນ​ໂລກ​ນີ້​ໄປ ທຸກຄົນ​ທີ່​ຕໍ່ສູ້​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ຄຸນຄ່າ.


ເຮົາ​ໄດ້​ເລືອກ​ຄົນ​ໜຶ່ງ​ຢູ່​ທິດ​ຕາເວັນອອກ​ມາ ຈະ​ໃຫ້​ລາວ​ໂຈມຕີ​ມາ​ແຕ່​ທາງ​ທິດເໜືອ​ພຸ້ນ. ລາວ​ຈະ​ຢຽບຢໍ່າ​ພວກ​ຜູ້ປົກຄອງ​ດັ່ງ​ຢຽບ​ຂີ້ຕົມ ດັ່ງ​ຊ່າງ​ເຮັດ​ໝໍ້ດິນ​ຢຽບຢໍ່າ​ດິນດາກ.


ຊົນຊາດ​ຂີ້ຢ້ານ​ທັງຫລາຍ​ເອີຍ ຈົ່ງ​ເຂົ້າ​ມາ​ເຕົ້າໂຮມ​ກັນ ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ເອີຍ ຈົ່ງ​ຟັງ​ເທີ້ນ. ຕຽມພ້ອມ​ສູ້ຮົບ​ແຕ່​ພັດ​ຢ້ານກົວ ແມ່ນແລ້ວ​ຕຽມພ້ອມ​ແຕ່​ພັດ​ຢ້ານກົວ


ຈາກ​ທີ່​ຂອງ​ເຈົ້າ​ທາງ​ທິດເໜືອ​ສຸດ ໂດຍ​ນຳ​ກອງທັບ​ອັນ​ໃຫຍ່​ໂຕ ທັງ​ມີ​ອຳນາດ​ຈາກ​ຫລາຍ​ປະເທດ ຊຶ່ງ​ລ້ວນແຕ່​ເປັນ​ທະຫານ​ມ້າ​ທັງນັ້ນ.


ສ່ວນ​ນັກຍິງທະນູ​ກໍ​ຈະ​ຕ້ານທານ​ບໍ່ໄດ້, ນັກແລ່ນ​ໄວ​ຈະ​ໜີໄປ​ບໍ່​ພົ້ນ ແລະ​ນັກ​ຂີ່​ມ້າ​ກໍ​ຫອບ​ມ້າ​ຂອງຕົນ​ເອົາ​ຊີວິດ​ໜີໄປ​ບໍ່​ພົ້ນ.


ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ພຣະເຈົ້າຢາເວ​ກ່າວ​ວ່າ ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ພວກເຂົາ​ທຸກ​ໂຕ​ສະທ້ານ​ຢ້ານກົວ ແລະ​ທັງ​ຈະ​ເຮັດ​ໃຫ້​ຄົນ​ຂີ່​ມ້າ​ທຸກຄົນ​ເປັນ​ບ້າ. ເຮົາ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຢູດາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ມ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ຕາບອດ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ໃນ​ວັນນັ້ນ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ໃຫຍ່ ແລະ​ຢ້ານກົວ ຈົນ​ວ່າ​ຈະ​ໂຈມຕີ​ແລະ​ຈັບກຸມ​ຄົນ​ທີ່​ຢູ່​ໃກ້ຄຽງ​ຕົນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ອອກ​ໄປ​ຕໍ່ສູ້​ກັບ​ຊົນຊາດ​ເຫຼົ່ານັ້ນ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ມາ​ແລ້ວ​ໃນ​ອະດີດ.


ເຮົາ​ຈະ​ໃຊ້​ຢູດາ​ໃຫ້​ເປັນ​ດັ່ງ​ໜ້າທະນູ ແລະ​ອິດສະຣາເອນ​ໃຫ້​ເປັນ​ດັ່ງ​ລູກທະນູ​ດ້ວຍ. ເຮົາ​ຈະ​ໃຊ້​ຄົນ​ໃນ​ເມືອງ​ຊີໂອນ​ເປັນ​ດັ່ງ​ດາບ​ດວງ​ໜຶ່ງ ເພື່ອ​ຈະ​ຕໍ່ສູ້​ພວກ​ທີ່​ມາ​ຈາກ​ປະເທດ​ກຣີກ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”


ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ເຫດການ​ອັນ​ໃດ?” ພວກເພິ່ນ​ໄດ້​ຕອບ​ວ່າ, “ເລື່ອງ​ເຢຊູ​ໄທ​ນາຊາເຣັດ ທີ່​ສະແດງ​ຕົວ​ເປັນ​ຜູ້ທຳນວາຍ ປະກອບ​ດ້ວຍ​ຣິດເດດ​ໃນ​ກິດຈະການ ແລະ​ໃນ​ຖ້ອຍຄຳ​ຕໍ່ໜ້າ​ພຣະເຈົ້າ ແລະ​ຕໍ່ໜ້າ​ປະຊາຊົນ​ທັງໝົດ.


ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາໂປໂລ, ລາວ​ເກີດ​ໃນ​ເມືອງ​ອາເລັກຊັນເດຍ ແລະ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ, ລາວ​ເປັນ​ຄົນ​ມີ​ໂວຫານ​ດີ​ດ້ານ​ການ​ເວົ້າ ແລະ​ມີ​ຄວາມ​ຊຳນານ​ທາງ​ພຣະຄຳພີ​ດ້ວຍ.


ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.


ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ


“ເມື່ອ​ອອກ​ໄປ​ສູ້ຮົບ​ສັດຕູ​ແລະ​ເຫັນ​ລົດຮົບ​ພ້ອມ​ກັບ​ມ້າ​ເສິກ​ທັງ​ກອງທັບ ທີ່​ມີ​ກຳລັງ​ຫລາຍກວ່າ​ພວກເຈົ້າ ຢ່າ​ຢ້ານ​ພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ກ່ອນ​ນັ້ນ​ແລະ​ນັບ​ແຕ່​ນັ້ນ​ມາ ບໍ່ເຄີຍ​ມີ​ວັນໃດ​ທີ່​ພຣະເຈົ້າຢາເວ​ໄດ້​ຟັງ​ມະນຸດ​ເໝືອນ​ດັ່ງ​ໃນ​ວັນນັ້ນ ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ເສິກ​ຊ່ວຍ​ຊາວ​ອິດສະຣາເອນ.


ໂຢຊວຍ​ໄດ້​ເອົາ​ຊະນະ​ກະສັດ​ເຫຼົ່ານີ້ ພ້ອມ​ທັງ​ດິນແດນ​ຂອງ​ພວກເຂົາ​ຢູ່​ໃນ​ບັ້ນຮົບ​ດຽວ ຍ້ອນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ອິດສະຣາເອນ ໄດ້​ສູ້ຮົບ​ເພື່ອ​ຊາດ​ອິດສະຣາເອນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ເທິງ​ຕາເວັນ. ເພິ່ນ​ຮ້ອງ​ສຽງດັງ​ໃສ່​ຝູງ​ນົກ​ທີ່​ບິນ​ໄປມາ​ຢູ່​ກາງ​ອາກາດ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃນ​ງານກິນລ້ຽງ​ອັນ​ໃຫຍ່​ຂອງ​ພຣະເຈົ້າ.


ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຄອຍ​ຮັບໃຊ້​ກະສັດ​ໂຊນ​ນັ້ນ​ເວົ້າ​ວ່າ, “ເຢຊີ ຊາວ​ເມືອງ​ເບັດເລເຮັມ​ມີ​ລູກຊາຍ​ຜູ້ໜຶ່ງ​ທີ່​ຫລິ້ນ​ດົນຕຼີ​ເກັ່ງ. ນອກຈາກນີ້ ລາວ​ຍັງ​ເປັນ​ຄົນ​ກ້າຫານ ແລະ​ມີ​ສີສັນ​ສົດໃສ, ເປັນ​ນັກຮົບ​ທີ່​ດີເດັ່ນ ແລະ​ເປັນ​ຜູ້​ກ້າປາກ​ກ້າເວົ້າ. ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka