ເຊກາຣີຢາ 10:4 - ພຣະຄຳພີສັກສິ4 ຈາກທ່າມກາງພວກເຂົານັ້ນຈະມີບັນດາຜູ້ປົກຄອງ, ບັນດາຜູ້ນຳ ແລະບັນດາຜູ້ບັນຊາການທະຫານປົກຄອງປະຊາຊົນຂອງເຮົາ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ພຣະອົງມີພຣະຄຸນຕໍ່ພວກຂ້ານ້ອຍທີ່ສຸດ ພຣະອົງໃຫ້ພວກຂ້ານ້ອຍບາງຄົນໜີພົ້ນຈາກການເປັນທາດຮັບໃຊ້ ແລະດຳເນີນຊີວິດຢ່າງປອດໄພຢູ່ໃນບ່ອນສັກສິດນີ້. ພຣະອົງໄດ້ໂຜດໃຫ້ພວກຂ້ານ້ອຍ ໜີພົ້ນຈາກການເປັນທາດຮັບໃຊ້ມາໄດ້ ແລະທັງໃຫ້ພວກຂ້ານ້ອຍມີຊີວິດໃໝ່.
ຈົ່ງຟັງເຖີດ ເຢເຣມີຢາເອີຍ ທຸກຄົນໃນດິນແດນນີ້ ຄືບັນດາກະສັດແຫ່ງຢູດາຍ, ພວກຂ້າຣາຊການ, ພວກປະໂຣຫິດ ແລະປະຊາຊົນທົ່ວໄປ, ຈະຕໍ່ສູ້ເຈົ້າ. ແຕ່ວັນນີ້ເຮົາໃຫ້ກຳລັງແກ່ເຈົ້າ ເພື່ອເຈົ້າຈະຕ້ານທານພວກເຂົາໄດ້; ເຈົ້າຈະເປັນດັ່ງເມືອງທີ່ມີປ້ອມປ້ອງກັນ, ມີເສົາເປັນເຫຼັກ ແລະມີກຳແພງເປັນທອງສຳຣິດ. ພວກເຂົາຈະເອົາຊະນະເຈົ້າບໍ່ໄດ້ ເພາະເຮົາຢູ່ກັບເຈົ້າເພື່ອປົກປ້ອງຄຸ້ມຄອງເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຂ້າພະເຈົ້າແນມເບິ່ງ ໄປໃນຄັ້ງໜ້າຄັ້ງໃນ ແລະຂ້າພະເຈົ້າໄດ້ເຫັນ ຊົນຊາດອິດສະຣາເອນນີ້. ມີກະສັດອົງໜຶ່ງຈະເກີດຂຶ້ນ ດັ່ງດວງແຈ້ງໃນຊົນຊາດຂອງພວກເຂົາ ເໝືອນດາວຫາງອັນຊົງຣິດ ທີ່ມາຈາກຊາດອິດສະຣາເອນນັ້ນ ເພິ່ນຈະເຂັ່ນຂ້າເປັນໝູ່ ຜູ້ນຳຂອງໂມອາບທັງຫລາຍ ຜູ້ທີ່ໂຫດຮ້າຍແລະຈອງຫອງ. ເພິ່ນຈະປາບພວກເຂົາໝົດທຸກຄົນຖິ້ມ.
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”