Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 10:2 - ພຣະຄຳພີສັກສິ

2 ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 10:2
44 Jak'a apnaqawi uñst'ayäwi  

ລາບານ​ອອກ​ໄປ​ຕັດ​ຂົນແກະ ແລະ​ໃນ​ຂະນະທີ່​ເພິ່ນ​ບໍ່​ຢູ່​ນັ້ນ ນາງ​ຣາເຊັນ​ໄດ້​ເຂົ້າ​ໄປ​ລັກ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງ​ພໍ່​ຕົນ​ໄປ​ນຳ.


ມີກາອີຢາ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ທັງ​ພູດອຍ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ຝ່າຍ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ເມືອ​ເຮືອນ​ຢ່າງ​ສັນຕິສຸກ​ເຖີດ.”’


ພວກເຈົ້າ​ປິດບັງ​ຄວາມໂງ່​ໄວ້ ດ້ວຍ​ຄຳຕົວະ​ຫລາຍຢ່າງ; ພວກເຈົ້າ​ເປັນ​ດັ່ງ​ນາຍໝໍ ທີ່​ປົວ​ຜູ້ໃດ​ໃຫ້​ຫາຍດີ​ບໍ່ໄດ້.


ຄຳ​ເລົ້າໂລມ​ຂອງ​ພວກເຈົ້າ​ນັ້ນ​ບໍ່ມີ​ຄຸນຄ່າ ທຸກ​ຄຳຕອບ​ທີ່​ພວກເຈົ້າ​ເວົ້າ​ມາ ເປັນ​ຄຳຕົວະ​ທັງນັ້ນ.”


ບັນດາ​ພະ​ບໍ່​ມີ​ຄ່າ​ເຫຼົ່ານີ້​ເຮັດ​ຫຍັງ​ບໍ່ໄດ້​ເລີຍ ເປັນ​ຮູບພະ​ທີ່​ອ່ອນແອ ແລະ​ຂາດ​ຣິດອຳນາດ.”


ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ທຸກຄົນ​ທີ່​ສ້າງ​ຮູບເຄົາຣົບ​ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ພະ​ທັງຫລາຍ​ທີ່​ພວກເຂົາ​ຕີ​ລາຄາ​ຢ່າງ​ສູງສຸດ​ນັ້ນ​ກໍ​ບໍ່ມີ​ຄຸນຄ່າ. ພວກ​ທີ່​ຂາບໄຫວ້​ພະ​ເຫຼົ່ານີ້​ກໍ​ຕາບອດ​ແລະ​ໂງ່ຈ້າ ຄື​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ພວກເຈົ້າ​ຈະ​ປຽບທຽບ​ເຮົາ​ໃສ່​ຜູ້ໃດ? ຫລື​ມີ​ຜູ້ໃດ​ບໍ​ທີ່​ຄ້າຍຄື​ກັນ​ກັບ​ເຮົາ​ນີ້?


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ກຳລັງ​ລໍ້ລວງ​ພວກເຈົ້າ ແລະ​ຈະ​ກໍ່ເຫດ​ໃຫ້​ພວກເຈົ້າ​ຖືກ​ຈັບ​ໄປ​ຈາກ​ປະເທດ​ຂອງ​ພວກເຈົ້າ. ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກໄປ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ.


ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ ທີ່​ບອກ​ທ່ານ​ບໍ່​ໃຫ້​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ. ພວກເຂົາ​ກຳລັງ​ລໍ້ລວງ​ທ່ານ.


ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ ຫລື​ຜູ້ໃດ​ຜູ້ໜຶ່ງ​ທີ່​ອ້າງ​ຕົນເອງ​ວ່າ​ລາວ​ທຳນວາຍ​ອະນາຄົດ​ໄດ້ ບໍ່​ວ່າ​ຈະ​ແມ່ນ​ໂດຍ​ທາງ​ຄວາມຝັນ ຫລື​ໂດຍ​ທາງ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ສອບຖາມ ຫລື​ໂດຍ​ທາງ​ເວດມົນ​ກໍຕາມ. ພວກເຂົາ​ທັງໝົດ​ບອກ​ພວກເຈົ້າ​ບໍ່​ໃຫ້​ຍອມ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ.


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ເລື່ອງ​ນີ້​ແກ່​ຮານານີຢາ ໂດຍ​ກ່າວ​ຕື່ມ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຮານານີຢາ ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ເຈົ້າ​ມາ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເຊື່ອ​ຄຳ​ຕົວະຍົວະ​ຂອງເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ພວກ​ຜູ້ທຳນວາຍ​ທີ່​ເຕືອນ​ທ່ານ​ວ່າ ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື​ອານາຈັກ​ນີ້ ພາກັນ​ໄປ​ໃສ​ໝົດ​ແລ້ວ?


“ປະຊາຊົນ​ອິດສະຣາເອນ​ປຽບ​ດັ່ງ​ຝູງແກະ ທີ່​ຖືກ​ໂຕສິງ​ໄລ່​ໃຫ້​ກະຈັດ​ກະຈາຍ​ໄປ. ທຳອິດ ພວກເຂົາ​ຖືກ​ຈັກກະພັດ​ອັດຊີເຣຍ​ໂຈມຕີ; ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຫັກ​ກະດູກ​ພວກເຂົາ.”


ຂ້າ​ພວກ​ຄົນລ້ຽງແກະ​ກັບ​ຝູງແກະ​ຂອງ​ພວກເຂົາ ຂ້າ​ພໍ່ນາ​ແລະ​ມ້າ​ທີ່​ແກ່​ໄຖ​ຂອງ​ພວກ​ເຂົາເຈົ້າ ຢຽບຢໍ່າ​ບັນດາ​ນັກປົກຄອງ​ໃຫ້​ໝຸ່ນ​ທະລາຍ ແລະ​ພວກ​ຂ້າຣາຊການ​ຊັ້ນສູງ​ດ້ວຍ.”


ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.


ພວກເຂົາ​ບໍ່​ສົນໃຈ​ຮັກສາ​ບາດແຜ​ປະຊາຊົນ​ຂອງເຮົາ​ເລີຍ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນ​ເມື່ອ​ທຸກສິ່ງ​ບໍ່ມີ​ຄວາມ​ສະຫງົບສຸກ​ດັ່ງ​ທີ່​ໄດ້​ເວົ້າ​ນັ້ນ.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ກະສັດ​ແຫ່ງ​ບາບີໂລນ​ກໍ​ຢືນ​ຢູ່​ຂ້າງ​ປ້າຍ​ທີ່​ທາງ​ແຍກ​ນັ້ນ. ເພື່ອ​ຢາກ​ຮູ້​ວ່າ​ຈະ​ໄປ​ທາງ​ໃດ ເພິ່ນ​ຈຶ່ງ​ສັ່ນ​ລູກສອນ ແລະ​ປຶກສາ​ນຳ​ບັນດາ​ຮູບເຄົາຣົບ​ຂອງຕົນ; ເພິ່ນ​ກວດເບິ່ງ​ຕັບ​ຂອງ​ສັດ​ທີ່​ຂ້າ​ຖວາຍບູຊາ.


ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ພວກເຈົ້າ​ເວົ້າ​ກໍ​ບໍ່ຈິງ. ພວກເຈົ້າ​ຊົ່ວຊ້າ​ແລະ​ອະທຳ ແລະ​ວັນ​ຂອງ​ພວກເຈົ້າ​ກຳລັງ​ມາ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ​ຂອງ​ພວກເຈົ້າ. ດາບ​ກຳລັງ​ຈະ​ຟັນ​ຄໍ​ພວກເຈົ້າ​ຢູ່​ແລ້ວ.


ຍ້ອນ​ຝູງແກະ​ບໍ່ມີ​ຜູ້ລ້ຽງ ແກະ​ຈຶ່ງ​ໄດ້​ກະຈັດ​ກະຈາຍ​ໄປ ແລະ​ຝູງ​ສັດປ່າ​ກໍ​ມາ​ກັດ​ກິນ​ເສຍ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ພວກເຈົ້າ​ຄວນ​ເຊື່ອຟັງ​ເຮົາ​ສັນນັ້ນ. ແກະ​ຂອງເຮົາ​ໄດ້​ຖືກ​ສັດປ່າ​ກັດ​ກິນ​ເພາະ​ບໍ່ມີ​ຜູ້ລ້ຽງ. ບັນດາ​ຜູ້ລ້ຽງ​ຂອງເຮົາ​ບໍ່ໄດ້​ພະຍາຍາມ​ຊອກຫາ​ແກະ. ພວກເຂົາ​ລ້ຽງດູ​ຕົນເອງ​ແຕ່​ບໍ່ໄດ້​ລ້ຽງດູ​ແກະ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ແຕ່​ເຮົາ​ຈະ​ນຳ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ ຄື​ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ທີ່​ຍັງເຫລືອ​ຢູ່. ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ມາ​ເຕົ້າໂຮມ​ກັນ ເໝືອນ​ດັ່ງ​ຝູງແກະ​ກັບຄືນ​ມາ​ສູ່​ຄອກ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ອີກເທື່ອໜຶ່ງ ເໝືອນ​ຝູງແກະ​ຢູ່​ໃນ​ທົ່ງຫຍ້າ.”


ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້


ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”


ແລະ​ສາມາດ​ບັນຊາ​ພວກເຂົາ​ເຂົ້າ​ສູ້ຮົບ​ໄດ້ ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຈະ​ບໍ່​ເປັນ​ດັ່ງ​ຝູງແກະ​ທີ່​ຂາດ​ຜູ້​ລ້ຽງ.”


ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ.


ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ ພຣະອົງ​ກໍ​ເຫັນ​ປະຊາຊົນ​ໝູ່ໃຫຍ່ ຈຶ່ງ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ເປັນ​ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. ສະນັ້ນ ພຣະອົງ​ຈຶ່ງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ປະການ.


ເພື່ອ​ຊັກຊວນ​ພວກເຈົ້າ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ເຖິງ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ສັນຍາ​ໄວ້​ນັ້ນ​ຈະ​ເປັນ​ຄວາມຈິງ​ກໍຕາມ,


ແລ້ວ​ຊາຍ​ທັງ​ຫ້າ​ທີ່​ໄດ້​ໄປ​ສອດແນມ​ເບິ່ງ​ອ້ອມແອ້ມ​ເມືອງ​ລາອິດ ກໍໄດ້​ບອກ​ພັກພວກ​ຂອງຕົນ​ວ່າ, “ພວກເຈົ້າ​ຮູ້ຈັກ​ບໍ​ໃນ​ບ້ານ​ນີ້​ມີ​ເຮືອນ​ຫລັງ​ໜຶ່ງ ທີ່​ມີ​ຮູບເຄົາຣົບ​ເປັນ​ໄມ້​ເຄືອບ​ດ້ວຍ​ເງິນ. ນອກຈາກນີ້​ຍັງ​ມີ​ຮູບເຄົາຣົບ​ອື່ນໆ ແລະ​ເອໂຟດ​ຜືນ​ໜຶ່ງ​ອີກ. ພວກເຈົ້າ​ຄິດ​ວ່າ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka