Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 10:12 - ພຣະຄຳພີສັກສິ

12 ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ເຊື່ອຟັງ ແລະ​ນະມັດສະການ​ ເຮົາ​ດ້ວຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 10:12
18 Jak'a apnaqawi uñst'ayäwi  

ເພິ່ນ​ຕອບ​ຂ້ອຍ​ວ່າ, ‘ພຣະເຈົ້າຢາເວ ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ ຈະ​ສົ່ງ​ເທວະດາ​ຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຮັດ​ສຳເລັດ​ໜ້າທີ່. ເຈົ້າ​ຈະ​ໄດ້​ຍິງ​ສາວ​ຜູ້ໜຶ່ງ​ຈາກ​ຄອບຄົວ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຂ້ອຍ ມາ​ໃຫ້​ອີຊາກ.


ລາວ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ ແລະ​ລາວ​ກໍໄດ້​ຫາຍຕົວ​ໄປ ເພາະ​ພຣະເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ.


ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.


ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ບາບີໂລນ​ແຂງແຮງ ແລະ​ເອົາ​ດາບ​ຂອງເຮົາ​ໃຫ້​ລາວ​ຖື. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ ແລະ​ລາວ​ຈະ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ຢ່າງໜັກ ແລະ​ຕາຍ​ຕໍ່ໜ້າ​ສັດຕູ​ຂອງ​ລາວ.


ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ແລ້ວ​ຕະກຸນ​ຕ່າງໆ​ຂອງ​ເຜົ່າຢູດາ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ​ໃຫ້​ກຳລັງ​ແກ່​ພວກເຂົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.’


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ໃນ​ເມື່ອ​ພວກເຈົ້າ​ຮັບ​ເອົາ​ພຣະຄຣິດເຈົ້າ​ເຢຊູ ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ໄວ້​ແລ້ວ ຈົ່ງ​ດຳເນີນ​ຊີວິດ​ຢູ່​ໃນ​ພຣະອົງ​ດ້ວຍ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


ຄື​ເຕືອນ​ສະຕິ​ໜູນໃຈ​ພວກເຈົ້າ ແລະ​ສັ່ງ​ເນັ້ນ​ພວກເຈົ້າ ເພື່ອ​ໃຫ້​ດຳເນີນ​ຊີວິດ​ຕາມ​ຢ່າງ​ສົມຄວນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາຊອານາຈັກ ແລະ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka