1 ຈົ່ງຂໍຝົນປາຍລະດູຈາກພຣະເຈົ້າຢາເວ. ແມ່ນພຣະເຈົ້າຢາເວທີ່ສົ່ງພະຍຸຝົນກັບຫ່າຝົນລົງມາໃຫ້ແກ່ປະຊາຊົນ, ທັງໃຫ້ທົ່ງໄຮ່ທົ່ງນາຂຽວງາມສຳລັບທຸກຄົນ.
ຍັງມີຜູ້ທຳນວາຍຄົນໜຶ່ງຊື່ວ່າເອລີຢາ ໄທເມືອງຕີຊະເບໃນເຂດກີເລອາດໄດ້ບອກກະສັດອາຮາບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນອົງຊົງພຣະຊົນຢູ່ທີ່ຂ້ານ້ອຍຮັບໃຊ້ຢູ່ນີ້; ໃນສອງຫລືສາມປີຂ້າງໜ້າຈະບໍ່ມີນໍ້າໝອກຫລືນໍ້າຝົນ ຈົນກວ່າຂ້ານ້ອຍຈະສັ່ງໃຫ້ມີ.”
ທຸກໆຄົນຕ່າງກໍນ້ອມຍອມຮັບສິ່ງທີ່ຂ້ອຍໄດ້ເວົ້າຈາ ດັ່ງພວກພໍ່ນາຍິນດີຮັບເອົານໍ້າຝົນໃນລະດູແລ້ງ.
ຈາກທ້ອງຟ້າພຣະອົງໃຫ້ຝົນຕົກໃສ່ພູທັງຫລາຍ ແລະພຣະພອນກໍເຕັມໄປທົ່ວທັງແຜ່ນດິນໂລກ.
ພຣະອົງນຳເອົາເມກໝອກອັນມືດຄື້ມມາ ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ.
ພຣະອົງເປັນຜູ້ຈັດທຸກສິ່ງໃຫ້ແກ່ແຜ່ນດິນ ໂດຍສົ່ງນໍ້າຝົນໃຫ້ຕົກລົງສູ່ພິພົບໂລກ ພຣະອົງບັນດານໃຫ້ດິນແດນອຸດົມແລະຮັ່ງມີ ໂດຍມີນໍ້າລໍ່ລ້ຽງປັດຖະພີໃຫ້ມີຜົນລະປູກ.
ຂໍໃຫ້ກະສັດເປັນດັ່ງນໍ້າຝົນທີ່ຕົກໃສ່ທົ່ງນາ ເປັນດັ່ງຫ່າຝົນທີ່ຕົກໃສ່ດິນແດນດ້ວຍ.
ຮອຍຍິ້ມຂອງກະສັດເປັນສັນຍານແຫ່ງຊີວິດ ແລະຄຸນງາມຄວາມດີຂອງເພິ່ນເປັນດັ່ງເມກທີ່ນຳຝົນປາຍລະດູມາ.
ເມື່ອໃດພວກເຈົ້າປູກຝັງພືດພັນ ພຣະອົງຈະສົ່ງຝົນມາຫລໍ່ລ້ຽງໃຫ້ໃຫຍ່ຂຶ້ນ ພ້ອມຈະໃຫ້ພວກເຈົ້າເກັບກ່ຽວໄດ້ຢ່າງອຸດົມສົມບູນ ແລະຝູງສັດຂອງພວກເຈົ້າກໍຈະມີຫຍ້າກິນຢ່າງອຸດົມສົມບູນ.
ເຮົາຈະໃຫ້ນໍ້າແກ່ດິນແດນທີ່ຫິວກະຫາຍ ຈະໃຫ້ມີແມ່ນໍ້າໄຫລເທິງພື້ນດິນທີ່ແຫ້ງແລ້ງ. ເຮົາຈະເທຣິດອຳນາດເທິງລູກໆທັງຫລາຍຂອງເຈົ້າ ແລະເທພອນເຖິງເຊື້ອສາຍຂອງພວກເຈົ້າ.
ຂ້ອຍຈະປ່ອຍໃຫ້ຫຍ້າເກີດຂຶ້ນເຕັມໄປທົ່ວ. ຂ້ອຍຈະບໍ່ຕັດແໜງຫລືພວນດິນ; ແຕ່ຈະປ່ອຍໃຫ້ເຄືອແລະກົກໜາມປົ່ງຂຶ້ນຫຸ້ມຫໍ່. ຂ້ອຍຈະບໍ່ໃຫ້ແມ່ນແຕ່ຝົນຕົກລົງມາຮຳສວນນັ້ນເລີຍ.”
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ນຳກ້ອນເມກມາຈາກສົ້ນສຸດຂອງແຜ່ນດິນໂລກ. ພຣະອົງໃຫ້ຟ້າແມບເຫລື້ອມໃນທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາຈາກຄັງຂອງພຣະອົງນັ້ນ.
ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້.
ພວກເຈົ້າບໍ່ເຄີຍຄິດເລີຍທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຖິງແມ່ນວ່າເຮົາໄດ້ສົ່ງຝົນຍາມລະດູໃບໄມ້ຫລົ່ນ ແລະຝົນຍາມລະດູໃບໄມ້ປົ່ງມາໃຫ້ ແລະໃຫ້ພວກເຈົ້າມີລະດູເກັບກ່ຽວປະຈຳປີກໍຕາມ.
ໂດຍພຣະຄຳສັ່ງ ນໍ້າທີ່ເທິງຟ້າສະຫວັນ ດັງຄຶກຄະນອງ ພຣະອົງນຳເມກມາຈາກສົ້ນສຸດແຜ່ນດິນໂລກ. ພຣະອົງໃຫ້ມີຟ້າແມບເຫລື້ອມທ່າມກາງສາຍຝົນ ແລະສົ່ງລົມໃຫ້ພັດມາແຕ່ຄັງຂອງພຣະອົງນັ້ນ.
ເຮົາຈະອວຍພອນພວກເຂົາແລະອະນຸຍາດໃຫ້ພວກເຂົາ ຢູ່ອ້ອມຮອບເນີນພູສັກສິດຂອງເຮົາ. ໃນທີ່ນັ້ນ ເຮົາຈະອວຍພອນໃຫ້ມີນໍ້າຝົນຕາມທີ່ພວກເຂົາຕ້ອງການ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ອີກຄັ້ງໜຶ່ງ ເຮົາຈະໃຫ້ຊາວອິດສະຣາເອນ ຂໍຄວາມຊ່ວຍເຫລືອຈາກເຮົາ; ແລະເຮົາຈະໃຫ້ພວກເຂົາເພີ່ມຂຶ້ນເປັນຈຳນວນພົນອັນຫລວງຫລາຍ ດັ່ງຝູງແກະ.
ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ສຳລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທຳ ແລະເກັບກ່ຽວເອົາພຣະພອນຈາກການອຸທິດຕົວຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວທີ່ເຈົ້າຈະສະແຫວງຫາພຣະເຈົ້າຢາເວ ແລ້ວເຮົາກໍຈະມາ ແລະຖອກເທພອນເທິງເຈົ້າ.’
ຈົ່ງໃຫ້ພວກເຮົາພະຍາຍາມຮູ້ຈັກພຣະເຈົ້າຢາເວ. ພຣະອົງຈະມາຫາພວກເຮົາຢ່າງແນ່ນອນຕອນຮຸ່ງເຊົ້າ ແລະແນ່ແທ້ ດັ່ງຝົນລະດູໃບໄມ້ປົ່ງ ທີ່ຕົກລົງໃສ່ຜືນແຜ່ນດິນໂລກ.”
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດມາໄດ້ ກໍຈະເປັນດັ່ງນໍ້າຄ້າງອັນສົດຊື່ນ ທີ່ອົງພຣະຜູ້ເປັນເຈົ້າສົ່ງລົງມາສຳລັບຫລາຍຊົນຊາດ ເໝືອນຫ່າຝົນທີ່ຕົກເທິງພືດພັນທີ່ຫາກໍ່ປົ່ງໃໝ່. ພວກເຂົາຈະອາໄສພຣະເຈົ້າ ແຕ່ບໍ່ແມ່ນອາໄສມະນຸດ.
ເມື່ອເຖິງວັນນັ້ນ ພວກເຈົ້າຈະບໍ່ຖາມເຮົາເຖິງສິ່ງໃດໝົດ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ, ພຣະອົງກໍຈະໂຜດສິ່ງນັ້ນໃຫ້ແກ່ພວກເຈົ້າ.
ເຮົາເປັນຜູ້ປູກ, ອາໂປໂລເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ.
ຝົນຈະບໍ່ຕົກແລະດິນຈະແຫ້ງແລ້ງແຂງກະດ້າງຄືເຫຼັກ.
ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງຊາວປູກຝັງທີ່ລໍຄອຍຜົນອັນມີຄ່າ ທີ່ຈະໄດ້ຮັບຈາກແຜ່ນດິນ ເຂົາພຽນຄອຍຈົນກວ່າມີຝົນຕົ້ນລະດູແລະຝົນປາຍລະດູ.