9 ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?” ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?”
ເທວະດາຂອງພຣະເຈົ້າໄດ້ກ່າວແກ່ອ້າຍທາງຄວາມຝັນວ່າ, ‘ຢາໂຄບເອີຍ’ ອ້າຍຕອບວ່າ, ‘ຂ້ານ້ອຍຢູ່ທີ່ນີ້.’
ຂ້າພະເຈົ້າຈຶ່ງຂຶ້ນໄປຫາທ່ານຜູ້ໜຶ່ງທີ່ຢືນຢູ່ທີ່ນັ້ນ ແລະຂໍຮ້ອງເພິ່ນໃຫ້ອະທິບາຍເລື່ອງທັງໝົດນີ້. ສະນັ້ນ ເພິ່ນຈຶ່ງບອກຄວາມໝາຍແກ່ຂ້າພະເຈົ້າ.
ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ
ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.”
ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນທີ່ໄດ້ກ່າວແກ່ຂ້າພະເຈົ້ານັ້ນ ກ້າວຍ່າງອອກໄປແລະມີເທວະດາຕົນອື່ນອີກ ເຂົ້າມາພົບເທວະດາຕົນນີ້.
ເທວະດາຕົນທີ່ມີໜ້າທີ່ກ່າວແກ່ຂ້າພະເຈົ້ານັ້ນ ໄດ້ກັບຄືນມາຫາຂ້າພະເຈົ້າອີກ ແລະປຸກຂ້າພະເຈົ້າໃຫ້ຕື່ນຂຶ້ນ ດັ່ງກັບວ່າຂ້າພະເຈົ້າໄດ້ນອນຫລັບໄປ.
ແລ້ວຂ້າພະເຈົ້າກໍໄດ້ຖາມເພິ່ນວ່າ, “ຕົ້ນໝາກກອກເທດສອງຕົ້ນທີ່ຢູ່ແຕ່ລະຂ້າງນັ້ນ ໝາຍເຖິງຫຍັງ?
ເທວະດາຕົນນັ້ນໄດ້ປາກົດຕໍ່ຂ້າພະເຈົ້າອີກ ແລະກ່າວວ່າ, “ເບິ່ງແມ! ສິ່ງໜຶ່ງອີກກຳລັງມາ.”