Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:8 - ພຣະຄຳພີສັກສິ

8 ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:8
26 Jak'a apnaqawi uñst'ayäwi  

ໃນ​ຄືນ​ໜຶ່ງ ພຣະເຈົ້າ​ໄດ້​ປາກົດ​ແກ່​ກະສັດ​ໃນ​ຄວາມຝັນ​ວ່າ “ເຈົ້າ​ຈະ​ຕາຍ ເພາະ​ເຈົ້າ​ເອົາ​ຍິງ​ຜູ້​ນີ້​ມາ. ນາງ​ມີ​ຜົວ​ແລ້ວ.”


ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ກັບ​ຢາໂຄບ​ທາງ​ຄວາມຝັນ​ວ່າ, “ຢາໂຄບ ຢາໂຄບ​ເອີຍ.” ເພິ່ນ​ຂານ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ໃນຄືນນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ທາງ​ຄວາມຝັນ ແລະ​ຖາມ​ເພິ່ນ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ?”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຄຳແນະນຳ​ຕໍ່ໄປນີ້ ແລະ​ສົ່ງ​ຄຳແນະນຳ​ນັ້ນ ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ທົ່ວ​ເມືອງ​ໃຫຍ່ ແລະ​ເມືອງນ້ອຍ​ທັງຫລາຍ ດັ່ງນີ້: “ຈົ່ງ​ອອກ​ໄປ​ທີ່​ເນີນພູ ແລະ​ຊອກ​ເອົາ​ງ່າ​ຕົ້ນ​ໝາກກອກເທດ, ງ່າ​ຕົ້ນ​ສົນ, ງ່າ​ຕົ້ນໄມ້​ຫອມ, ງ່າ​ຕົ້ນ​ຕານ ແລະ​ງ່າ​ຂອງ​ຕົ້ນໄມ້​ຕ່າງໆ ມາ​ເຮັດ​ຕູບ​ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ.”


ດັ່ງ​ຝັນ​ຮ້າຍ​ທີ່​ກຸກກວນ​ຂ້ອຍ​ຕອນ​ນອນ​ຫລັບ ຂ້ອຍ​ນອນ​ຫລັບໆ​ຕື່ນໆ​ສັບສົນ​ວຸ້ນວາຍ​ໃຈ​ຍ້ອນ.


ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.


ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ເຮົາ​ຈະ​ໃຫ້​ຕົ້ນແປກ​ເກີດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຕົ້ນ​ກະຖິນເທດ ຕົ້ນໄມ້ຫອມ ຕົ້ນ​ໝາກກອກເທດ. ໃນ​ດິນແດນ​ແຫ້ງແລ້ງ​ປ່າໄມ້​ຈະ​ເກີດ​ມີ​ມາ ຄື​ປ່າ​ຕົ້ນ​ສົນ​ກັບ​ພຸ່ມໄມ້ ແລະ​ຕົ້ນແປກ.


ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,


ໃນ​ເວລາ​ກາງຄືນ​ລະຫວ່າງ​ເກີດ​ນິມິດ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ໜຶ່ງ​ມີ​ຮູບຮ່າງ​ເໝືອນ​ມະນຸດ. ເພິ່ນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້າພະເຈົ້າ ເພິ່ນ​ມາ​ເທິງ​ເມກ​ໃນ​ສະຫວັນ ແລະ​ເພິ່ນ​ໄດ້​ໄປ​ຫາ​ຜູ້​ມີ​ຊີວິດ​ຢູ່​ຕະຫລອດໄປ ແລະ​ເຂົ້າ​ເຝົ້າ​ເພິ່ນ.


ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.


ດັ່ງນັ້ນ ຊາຍ​ທີ່​ຢືນ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ​ຈຶ່ງ​ຕອບ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ພວກມັນ​ໄປ​ກວດກາ​ເບິ່ງ​ແຜ່ນດິນ​ໂລກ.”


ພວກເຂົາ​ໄດ້​ມາ​ລາຍງານ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ພວກເຮົາ​ໄດ້​ໄປ​ທົ່ວ​ໂລກ​ແລະ​ໄດ້​ພົບ​ວ່າ ໂລກ​ທັງໝົດ​ມີ​ແຕ່​ຄວາມ​ສິ້ນຫວັງ​ແລະ​ຄວາມ​ງຽບເຫງົາ.”


ໃນ​ປີ​ທີ​ສອງ ທີ່​ເຈົ້າ​ດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ວັນ​ທີ​ຊາວສີ່ ເດືອນ​ສິບເອັດ (ເດືອນ​ເຊບັດ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ຂ້າພະເຈົ້າ ໃນ​ນິມິດ​ຕອນ​ກາງຄືນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ແລະ​ໂຈມຕີ​ຄົນລ້ຽງແກະ ທີ່​ເຮັດ​ວຽກ​ໃຫ້​ເຮົາ ຈົ່ງ​ຂ້າ​ລາວ​ເສຍ ແລະ​ຝູງແກະ​ຂອງເຮົາ​ກໍ​ຈະ​ກະຈັດ​ກະຈາຍ​ໄປ. ເຮົາ​ຈະ​ໂຈມຕີ​ປະຊາຊົນ​ຂອງເຮົາ.”


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ເມື່ອ​ໂຢຊວຍ​ຢູ່​ໃກ້​ກັບ​ເມືອງ​ເຢຣິໂກ ໃນທັນໃດ ເພິ່ນ​ກໍໄດ້​ເຫັນ​ຊາຍ​ຄົນໜຶ່ງ​ພວມ​ຖື​ດາບ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໂຢຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ຊາຍ​ຄົນ​ນັ້ນ​ວ່າ, “ທ່ານ​ເປັນ​ຝ່າຍເຮົາ​ຫລື​ຝ່າຍ​ສັດຕູ?”


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.


ແລະ​ມີ​ມ້າ​ສີແດງເຂັ້ມ​ໂຕໜຶ່ງ​ອີກ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ຣິດອຳນາດ​ໃຫ້​ນຳ​ສັນຕິສຸກ​ໄປ​ຈາກ​ແຜ່ນດິນ​ໂລກ ເພື່ອ​ໃຫ້​ມະນຸດ​ທັງປວງ​ສູ້ຮົບ ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka