ເຊກາຣີຢາ 1:6 - ພຣະຄຳພີສັກສິ6 ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’ Uka jalj uñjjattʼäta |
ແຕ່ເມື່ອຜູ້ຮັບໃຊ້ຂອງເຮົາເວົ້າລ່ວງໜ້າອອກໄປ ເມື່ອເຮົາສົ່ງຜູ້ນຳຂ່າວມາບອກແຜນການຂອງເຮົານັ້ນ. ເຮົາກໍໄດ້ໃຫ້ຄຳເວົ້າທັງແຜນການກາຍເປັນຈິງ ເຮົາບອກນະຄອນເຢຣູຊາເລັມວ່າປະຊາຊົນຈະຢູ່ທີ່ນັ້ນອີກ ບອກຊາວຢູດາວ່າເມືອງຈະຖືກສ້າງຂຶ້ນໃໝ່ໝົດ ທີ່ຮົກຮ້າງເພພັງຈະຖືກສ້າງຂຶ້ນໃໝ່ທັງນັ້ນ.
ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.”
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.