Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:5 - ພຣະຄຳພີສັກສິ

5 ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ຜູ້ທຳນວາຍ​ເຫຼົ່ານັ້ນ ບໍ່ໄດ້​ມີ​ຊີວິດ​ຢູ່​ຕໍ່ໄປ​ແລ້ວ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:5
16 Jak'a apnaqawi uñst'ayäwi  

ຜູ້ທຳນວາຍ​ເອລີຊາ​ໄດ້​ປ່ວຍ​ດ້ວຍ​ພະຍາດ​ອັນ​ຮ້າຍແຮງ. ໃນ​ຂະນະທີ່​ເພິ່ນ​ນອນ​ຄອຍ​ຂາດໃຈ​ຕາຍ​ຢູ່ນັ້ນ ເຈົ້າ​ເຢໂຮອາດ​ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ມາ​ຢ້ຽມ​ເພິ່ນ. ກະສັດ​ຮ້ອງໄຫ້ ແລະ​ທັງ​ເວົ້າ​ວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່​ຜູ້​ເປັນ​ກຳລັງ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ອິດສະຣາເອນ​ເອີຍ.”


ເອລີຊາ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້. ແຕ່ລະປີ ຊາວ​ໂມອາບ​ໄດ້​ບຸກລຸກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.


ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ພຽງແຕ່​ເຈັດສິບ​ປີ ອາດຮອດ​ແປດສິບ​ປີ​ຖ້າ​ມີ​ເຫື່ອແຮງ​ຢູ່ ແຕ່​ຊ່ວງ​ໄລຍະ​ອາຍຸ​ນັ້ນ​ກໍ​ພົບ​ຄວາມ​ລຳບາກ ແລະ​ເຮັດ​ໃຫ້​ລະທົມ​ທຸກໃຈ ໃນບໍ່ຊ້າ​ຊີວິດ​ຈະ​ຈົບ​ລົງ​ແລະ​ຕາຍໄປ​ເທົ່ານັ້ນ.


ຊົ່ວ​ອາຍຸ​ຄົນ​ໜຶ່ງ​ຜ່ານ​ໄປ ແລະ​ຊົ່ວ​ອາຍຸ​ຄົນ​ໜຶ່ງ​ອີກ​ເກີດຂຶ້ນ​ມາ, ແຕ່​ໂລກ​ກໍ​ຍັງ​ຢູ່​ເປັນ​ໂລກ​ເໝືອນເດີມ.


ເຈົ້າ​ຈະ​ຢ້ານ​ຍ່າງ​ຂຶ້ນຄ້ອຍ ເຈົ້າ​ຈະ​ຍ່າງ​ໄປມາ​ບໍ່ໄດ້​ສະດວກ​ສະບາຍ ຜົມ​ຂອງ​ເຈົ້າ​ຈະ​ຫງອກ, ເຈົ້າ​ຈະ​ບໍ່​ວ່ອງໄວ​ດັ່ງ​ຕັກແຕນ ແລະ​ຕັນຫາ​ຂອງເຈົ້າ​ກໍ​ຈະ​ເສື່ອມ​ລົງ. ພວກເຮົາ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ຢູ່​ອັນ​ຖາວອນ ແລະ​ຕາມ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ການ​ໄວ້ທຸກ.


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


“ໃຫ້​ເອົາ​ເຈ້ຍ​ມ້ວນ​ອື່ນ​ມາ​ຂຽນ​ຖ້ອຍຄຳ ທີ່​ມີ​ຢູ່​ໃນ​ໜັງສື​ມ້ວນ​ສະບັບ​ທຳອິດ​ທີ່​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາຍ​ໄດ້ຈູດ​ນັ້ນ​ໃສ່.


ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.


ພວກ​ຢິວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ດຽວ​ນີ້​ພວກເຮົາ​ຮູ້​ຄັກ​ແລ້ວ​ວ່າ ຜີມານຮ້າຍ​ສິງ​ເຈົ້າ​ຢູ່ ອັບຣາຮາມ​ຕາຍໄປ​ແລ້ວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ ແຕ່​ເຈົ້າ​ຊໍ້າພັດ​ເວົ້າ​ວ່າ, ‘ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ເຈົ້າ​ຈະ​ບໍ່​ພົບ​ຄວາມ​ຕາຍ​ຈັກເທື່ອ.’


ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


ເມື່ອ​ຊາມູເອນ​ຕາຍໄປ​ນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານເມືອງ​ຂອງ​ເພິ່ນ​ເອງ. ຫລັງຈາກ​ນັ້ນ ດາວິດ​ໄດ້​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka